ສະຫະລັດອາເມລິກາ ສຶບຕໍ່ສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫະລັດອາເມລິກາ ສຶບຕໍ່ສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ລັດຖະບານ ສະຫະລັດອາເມລິກາ ໄດ້ສຶບຕໍ່ສະໜັບສະໜູນໂຄງການເພີ່ມຕື່ມໄລຍະເວລາ 20 ເດືອນ, ໃນມູນຄ່າ 7 ລ້ານໂດລາ ສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ໂຄສະນາສຶກສາຄວາມສ່ຽງໄພລະເບີດບໍ່ທັນແຕກ ຢູ່ 5 ເມືອງເປົ້າໝາຍຂອງແຂວງຊຽງຂວາງ ເຊັ່ນ: ເມືອງຄູນ, ເມືອງຜາໄຊ, ເມືອງໜອງແຮດ, ເມືອງພູກູດ ແລະ ເມືອງແປກ.

ໃນນັ້ນ, ທຶນຊ່ວຍເຫຼືອເພີ່ມຕື່ມຄັ້ງນີ້ ແມ່ນເນັ້ນໃສ່ປະກອບສ່ວນວຽກງານກວດກູ້ລະເບີດອອກຈາກເນື້ອທີ່ດີນໃຫ້ໄດ້ປະມານ 900 ເຮັກຕາ ຢູ່ 5 ເມືອງເປົ້າໝາຍ ແລະ ໂຄສະນາສຶກສາຄວາມສ່ຽງໄພລະເບີດບໍ່ທັນແຕກ ໃຫ້ໄດ້ 180 ຄັ້ງ ແລະ ໃຫ້ມີຜູ້ເຂົ້າຮ່ວມຢ່າງໜ້ອຍ 4. 500 ຄົນ.

ພິທີມອບ-ຮັບທຶນຊ່ວຍເຫຼືອເພີ່ມຕື່ມນີ້ ແມ່ນເປັນເຈົ້າພາບຮ່ວມລະຫວ່າງ ຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2021 ນີ້ ທີ່ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມຂອງທ່ານ ສີວິໄລ ແສງຈະເລີນ, ຮອງເຈົ້າແຂວງຊຽງຂວາງ, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ, ທ່ານ ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ແລະ ທ່ານ ໄຊມອນ ເຣ, ຮັກສາການຫົວໜ້າອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ.

ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອຫຼາຍກວ່າ 230 ລ້ານໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply