ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ທີ່ໄດ້ດໍາເນີນມາເປັນມື້ທີ 3 ໃນມື້ວັນທີ 15 ມັງກອນ 2021 ຊຶ່ງເປັນມື້ສຸດທ້າຍ ພາຍຫຼັງທີ່ໄດ້ດໍາເນີນມາແຕ່ວັນທີ 13 ມັງກອນທີ່ຜ່ານມາ ໂດຍໄດ້ມີການຄັດເລືອກເອົາກົມການເມືອງສູນກາງພັກ 13 ສະຫາຍປະກອບມີ: ສະຫາຍ ປອ ທອງລຸນ ສີສຸລິດ, ສະຫາຍ ປອ ພັນຄໍາ ວິພາວັນ, ສະຫາຍ ນາງປານີ ຢາທໍ່ຕູ້, ສະຫາຍ ປອ ບຸນທອງ ຈິດມະນີ, ສະຫາຍ ປອ ໄຊສົມພອນ ພົມວິຫານ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ສະຫາຍ ປອ ຄໍາພັນ ພົມມະທັດ, ສະຫາຍ ປອ ສິນລະວົງ ຄຸດໄພທູນ, ສະຫາຍ ສອນໄຊ ສີພັນດອນ, ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ, ສະຫາຍນາງສີໃສ ລືເດດມູນສອນ, ສະຫາຍສະເຫຼີມໄຊ ກົມມະສິດ.
ນອກນັ້ນຍັງມີການຄັດເລືອກເອົາຄະນະເລຂາທິການສູນກາງພັກ 9 ສະຫາຍປະກອບມີ: ສະຫາຍ ປອ ທອງລຸນ ສີສຸລິດ, ສະຫາຍ ປອ ບຸນທອງ ຈິດມະນີ, ສະຫາຍ ປອ ຄໍາພັນ ພົມມະທັດ, ສະຫາຍນາງສີໃສ ລືເດດມູນສອນ, ສະຫາຍ ປອ ຄໍາພັນ ເຜີຍຍະວົງ, ສະຫາຍ ປອ ອານຸພາບ ຕຸນາລົມ, ສະຫາຍ ຮອງສາດສະດາຈານ ປອ ທອງສະລິດ ມັງໜໍ່ເມກ, ສະຫາຍ ປອ ນາງສູນທອນ ໄຊຍະຈັກ ແລະ ສະຫາຍ ປອ ນາງວຽງທອງ ສີພັນດອນ.
ໃນກອງປະຊຸມຄັ້ງປະຖົມມະລຶກນີ້ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງເອົາສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI, ສະຫາຍ ປອ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ນອກນັ້ນຍັງໄດ້ເລືອກເອົາປະທານ ແລະ ຮອງປະທານກວດກາສູນກາງພັກ, ໃນນີ້ ທີ່ປະຊຸມເຫັນດີເປັນເອກະພາບເລືອກເອົາສະຫາຍ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ ແລະ ມີຮອງປະທານຄະນະກວດກາສູນກາງພັກ 6 ສະຫາຍປະກອບມີ ສະຫາຍ ວິໄລວັນ ບຸດດາຄໍາ, ສະຫາຍສີໄນ ມຽງລາວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ, ສະຫາຍດາວບົວລະພາ ບາວົງເພັດ, ສະຫາຍໄຊຄໍາ ອຸ່ນມີໄຊ ແລະ ສະຫາຍວັນໄຊ ຊົງຊາຢູ.
ສະເພາະຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ XI ປະກອບມີກໍາມະການສົມບູນສູນກາງພັກ 71 ສະຫາຍ (ຍິງ 12 ສະຫາຍ), ກໍາມະການສໍາຮອງສູນກາງພັກ 10 ສະຫາຍ (ຍິງ 2 ສະຫາຍ).
ຂ່າວ: ວຽງຈັນທາຍ

