ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ຈຳນວນ 27 ສະຫາຍ ໃນຈຳນວນຜູ້ລົງສະໝັກ 31 ສະຫາຍ, ໄດ້ມີການເລືອກຕັ້ງທີ່ກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະ ຫງົບ (ປກສ) ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍເປັນປະທານຂອງ ເລຂາ ທິການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປກສ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ຜົນການເລືອກຕັ້ງປະກົດວ່າສະຫາຍ ພົທ ວິໄລ ຫຼ້າຄຳຟອງ ໄດ້ເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບອີກໜຶ່ງສະໄໝ.
ການໃຊ້ສິດ ປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານ ງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ໃນຄັ້ງນີ້ກໍ່ເພື່ອເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນກຳລັງປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ອື່ນໆ.
ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ຈຳນວນ 27 ສະຫາຍ ປະກອບມີ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ, ສະຫາຍ ພົຕ ກົງທອງ ພົງວິຈິດ ເປັນຮອງເລຂາຄະນະພັກ, ສະຫາຍ ພົຕ ວັນທອງ ກອງມະນີ ເປັນຮອງເລຂາຄະນະພັກ, ສະຫາຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ເປັນປະ ທານກວດກາ, ສະຫາຍ ພັອ ຄຳຜາສິດ ບົງມູນທອງ ເປັນຮອງປະທານກວດກາພັກ, ສະຫາຍ ພັອ ພູທອນ ວົງພະໄຕ ເປັນຮອງປະທານກວດກາພັກ, ສະຫາຍ ບຸນລຽນ ສີສະອາດ ເປັນຮອງປະທານກວດກາພັກ ແລະ ຜູ້ອື່ນໆ.
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວໄດ້ໂອ້ລົມກັບຄະນະບໍລິຫານງານພັກກະຊວງ ປກສ ລວມທັງຄະນະພັກແຕ່ລະຂັ້ນວ່າ: ຈົ່ງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມແນວຄິດດ້ວຍຫຼາຍຮູບຫຼາຍສີ, ເຮັດໃຫ້ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບຢຶດໝັ້ນອຸດົມການສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ ຄຽງຄູ່ກັນນັ້ນກໍຕ້ອງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ປະຕິບັດບັນດາແຜນ ງານ ແລະ ໂຄງການຕ່າງໆ ໃຫ້ສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້ແຕ່ລະໄລຍະ.
ຂ່າວ: ວຽງຈັນທາຍ
ພາບ-ຂໍ້ມູນ: ປກສ

