ສັດປ່າຫຼາຍຊະນິດ ຢູ່ໃນສປປ ລາວ ແມ່ນໃກ້ຈະສູນພັນ ແລະ ຈໍານວນໜຶ່ງໄດ້ສູນພັນໄປແລ້ວ ຍ້ອນໄພຄຸກຄາມຈາກຫຼາຍສາຍເຫດ ເນື່ອງມາຈາກກິດຈະກໍາຂອງມະນຸດເປັນປັດໃຈຫຼັກ.
ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສາເຫດທີ່ສັດປ່າຫຼາຍຊະນິດຫຼຸດໜ້ອຍລົງ ຍ້ອນການທໍາລາຍປ່າໄມ້, ລ່າສັດ, ການຂະຫຍາຍທີ່ຢູ່ອາໄສ, ໂຄງການພັດທະນາຂະໜາດໃຫ່ຍ, ການຂະຫຍາຍເນື້ອທີ່ຜະລິດປູກຝັງ ແລະ ອື່ນໆ.
ພ້ອມນັ້ນ ການຊົມໃຊ້ແຫຼ່ງຊັບພະຍາກອນທຳມະຊາດເກີນຂອບເຂດ ໂດຍສະເພາະການຕັດໄມ້, ການຫາປາ, ການຄ້າຂາຍສັດປ່າຂ້າມຊາຍແດນ, ຊຶ່ງກິດຈະກໍາເຫຼົ່ານີ້ ເປັນສາຍເຫດທີ່ພາໃຫ້ສູນເສຍຖິ່ນຢູ່ອາໄສຂອງສັດປ່າ ແລະ ທໍາລາຍລະບົບນິເວດຂອງພວກມັນ.
ສ່ວນການລ່າສັດແບບພື້ນເມືອງຂອງປະຊາຊົນໃນທ້ອງຖິ່ນ ເພື່ອການບໍລິໂພກພາຍໃນຄອບຄົວຂອງ ປະຊາຊົນແມ່ນຍັງມີຜົນກະທົບໜ້ອຍຢູ່.
ຂ່າວ: ວຽງຈັນທາຍ

