ສັບປ່ຽນໝູນວຽນພະນັກງານມາປະຈຳການແມ່ນມາດຕະການໜຶ່ງຂອງລັດຖະບານເພື່ອຫຼຸດຜ່ອນພາລະການນໍາໃຊ້ນໍ້າມັນ

ສັບປ່ຽນໝູນວຽນພະນັກງານມາປະຈຳການແມ່ນມາດຕະການໜຶ່ງຂອງລັດຖະບານເພື່ອຫຼຸດຜ່ອນພາລະການນໍາໃຊ້ນໍ້າມັນ

ທ່ານ ສອນໄຊ ສີພັນດອນ ນາຍົກ​ລັດຖະມົນຕີ​ແຫ່ງ​ ສປປ​ ລາວ​ ໄດ້ອອກ​ໜັງສື​ ຄໍາສັ່ງ​ ເມື່ອມໍ່ໆມານີ້ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃຫ້ບັນດາກະຊວງ, ອົງການທຽບເທົ່າ ສັບປ່ຽນໝູນວຽນພະນັກງານ ມາປະຈຳການເພື່ອຫຼຸດຜ່ອນພາລະການນໍາໃຊ້ນໍ້າມັນ ໂດຍກຳນົດໜ້າວຽກ ແລະ ຕົວຊີ້ວັດຕໍ່ຜົນສໍາເລັດຂອງການເຮັດວຽກທາງໄກ,ພ້ອມທັງ ຕິດຕາມກວດກາຢ່າງເປັນປົກກະຕິ.

ນອກນັ້ນ ໃຫ້ເພີ່ມທະວີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດບັນດາມາດຕະການສຸກເສີນ ແລະ ສະເພາະໜ້າ ຂອງລັດຖະບານ ທີ່ວາງອອກ, ໃຫ້ດໍາເນີນມາດຕະການປະຢັດ, ຫຼຸດຜ່ອນການຈັດກອງປະຊຸມ ທີ່ໄດ້ເດີນທາງໄປທ້ອງຖິ່ນ, ຫັນມາປະຊຸມແບບທາງໄກຫຼາຍຂຶ້ນ ແລະ ອື່ນໆ.

Related Articles

Leave a Reply