ສາກົນສືບຕໍ່ຊ່ວຍທຶນສະໜັບສະໜູນໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ສາກົນສືບຕໍ່ຊ່ວຍທຶນສະໜັບສະໜູນໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ກະຊວງການຕ່າງປະເທດນອກແວ ຊ່ວຍສະໜັບສະໜູນທຶນຈໍານວນ 542.363 ໂດລາ ສໍາລັບໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ  ແຂວງຄໍາມ່ວນ ໄລຍະທີ VI ແລະ ໂຄງການເພື່ອການພັດທະນາສາກົນແຫ່ງປະເທດອັງກິດກໍ່ໃຫ້ທຶນສະໜັບສະໜູນມູນຄ່າ 1.796.459 ໂດລາສໍາລັບ ໂຄງການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ແຂວງຄໍາມ່ວນ ໄລຍະທີ II ຊຶ່ງສອງໂຄງການດັ່ງກ່າວນີ້ຈະແມ່ນອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ ເປັນຜູ້ຮັບຜິດຊອບ.

ພິທີມອບຮັບການຊ່ວຍເຫຼືອເງິນສະໜັບສະໜູນດັ່ງກ່າວຈະໄດ້ຈັດຂຶ້ນ ໃນວັນທີ 22 ທັນວາ 2020 ນີ້ ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ.

ຂ່າວ: ວຽງຈັນທາຍ

ພາບ: UXO LAO

Related Articles

Leave a Reply