ພະແນກສາທາລະນະສຸກ ແຂວງວຽງຈັນ ກຽມ ຈະປະກາດໂຮງໝໍເມືອງ 5 ເມືອງ ຄື: ເມືອງຊະ ນະຄາມ, ວັງວຽງ, ກາສີ, ໂພນໂຮງ ແລະ ໂຮງໝໍ ເມືອງແມດ ເປັນໂຮງໝໍ 5 ດີ 1 ພໍໃຈໃນໄວໆ ນີ້ ພາຍຫຼັງທີ່ສາມາດປະຕິບັດນະໂຍບາຍ 5 ດີ ທີ່ກະຊວງສາທາລະນະສຸກ ວາງອອກປະກອບມີ: ການຕ້ອນຮັບດີ, ຄວາມສະອາດດີ, ສະ ດວກດີ, ບົ່ງມະຕິພະຍາດຊັດເຈນດີ ແລະ ປິ່ນປົວດີ. ສ່ວນ 1 ພໍໃຈ ແມ່ນເຮັດໃຫ້ຄົນເຈັບເພິ່ງພໍໃຈ.
ທ່ານ ດຣ ອິນປອນ ມະນີແສງ ຫົວຫນ້າພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ສໍາພາດວ່າ: ໂຮງໝໍເມືອງ 5 ແຫ່ງນີ້ ໄດ້ຜ່ານ ການປະເມີນຈາກພະແນກສາທາລະນະສຸກແຂວງຮຽບຮ້ອຍແລ້ວເຫັນວ່າປະຕິບັດໄດ້ຕາມເງື່ອນໄຂທີ່ ກະຊວງສາທາລະນະສຸກວາງອອກ, ນອກຈາກນີ້ ໃນຈໍານວນໂຮງໝໍເມືອງ 5 ແຫ່ງນັ້ນ ມີ 3 ແຫ່ງສາມາດບໍລິການຜ່າຕັດໄດ້ ຄື: ໂຮງໝໍເມືອງໂພນໂຮງ, ຊະນະຄາມ ແລະ ໂຮງໝໍເມືອງວັງວຽງ ລວມມີ: ການຜ່າຕັດໄສ້ຕິ່ງ, ຫນີ້ວພົກຍ່ຽວ, ກະເພາະຊອດ ແລະ ອື່ນໆ ເຊີ່ງສາມາດຊ່ວຍຫຼຸດຜ່ອນການເດີນທາງໄປປິ່ນປົວສຸຂະພາບຢູ່ໂຮງໝໍສູນກາງ, ລວມເຖິງປະເທດໃກ້ຄຽງຂອງຄົນເຈັບພາຍໃນແຂວງວຽງຈັນ ໄດ້ເປັນຢ່າງດີ.
ທ່ານ ດຣ ອິນປອນ ມະນີແສງ ໄດ້ກ່າວຕື່ມວ່າ: ນອກຈາກ ໂຮງໝໍເມືອງທັງ 5 ແຫ່ງທີ່ຈະໄດ້ຮັບ ການປະກາດເປັນໂຮງໝໍ 5 ດີ 1 ພໍໃຈ ແລ້ວ ໂຮງໝໍແຂວງວຽງຈັນ ກໍຍັງໄດ້ຖືກຮັບຮອງຈາກກະ ຊວງສາທາລະນະສຸກໃຫ້ເປັນໂຮງໝໍ 5 ດີ 1 ພໍໃຈ ເຊັ່ນດຽວກັນ. ທົ່ວແຂວງວຽງຈັນ ປະກອບມີ: ໂຮງໝໍແຂວງ 1, ໂຮງໝໍເມືອງ11 ແລະ ສຸກສາລາ 64 ແຫ່ງ. ການບໍລິການຂອງແພດໝໍໄດ້ຮັບການປັບປຸງ ດີຂຶ້ນຫລາຍຫາກທຽບໃສ່ເມື່ອກ່ອນ ເຮັດໃຫ້ມາຮອດປັດຈຸບັນ ຫາງສຽງຈົ່ມວ່າກ່ຽວກັບການບໍລິການທີ່ບໍ່ດີຂອງແພດໝໍພາຍ ໃນແຂວງບໍ່ມີອີກແລ້ວ.
ຂ່າວ-ພາບ: ບຸນຕຽງ

