ສາທາລະນະສຸກ ແຂວງ ສະຫວັນນະເຂດໄດ້ກວດສອບນັກສຶກສາລາວ 41 ຄົນທີ່ລັກອອກຈາກຫໍພັກຂອງມະຫາວິທະ ຍາໄລແພດກວາງຈິແລ້ວ ແຕ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19

ສາທາລະນະສຸກ ແຂວງ ສະຫວັນນະເຂດໄດ້ກວດສອບນັກສຶກສາລາວ 41 ຄົນທີ່ລັກອອກຈາກຫໍພັກຂອງມະຫາວິທະ ຍາໄລແພດກວາງຈິແລ້ວ ແຕ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19

ພະແນກສາທາລະນະສຸກແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ນັກສຶກສາລາວ 41 ຄົນ ຢູ່ແຂວງສະຫວັນນະເຂດ ຈາກຈໍານວນ 50 ຄົນ ທີ່ລັກອອກຈາກຫໍພັກຂອງມະຫາວິທະຍາໄລແພດກວາງຈິ ສສ ຫວຽດນາມ ໃນວັນທີ 17 – 25 ກໍລິະກົດທີ່ຜ່ານມາ ໄດ້ມີການກວດສອບປະຫວັດ, ກວດເຊື້ອໂຄວິດ-19 ແລ້ວ ແຕ່ບໍ່ໄດ້ມີການກັກກັນຍ້ອນວ່າກາຍ 14 ວັນແລ້ວທີ່ທາງຄະນະສະເພາະກິດໄດ້ຮູ້ວ່າ ພວກເຂົາໄດ້ ລັກລອບ ເຂົ້າມາແຂວງສະຫວັນນະເຂດ.​

ທ່ານ ປອ. ດຣ ຕຽງຄໍາ ປ້ອງວົງສາ ຮອງຫົວໜ້າພະແນກ ສາທາລະນະສຸກ ໄດ້ກ່າວເມື່ອບໍ່ດົນມານີ້ ກ່ຽວກັບນັກສຶກສາລາວດັ່ງກ່າວ ແລະ ມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດວ່າ: ໄດ້ມີການຕິດຕາມ ແລະ ກວດສອບໝົດທຸກຄົນແລ້ວສໍາລັບນັກສຶກສາລາວ ຈໍານວນ 41 ຄົນຢູ່ແຂວງສະຫວັນນະເຂດ ທີ່ລັກອອກຈາກຫໍພັກດັ່ງກ່າວເພື່ອກັບມາ ສປປ ລາວ ໂດຍໄດ້ມີການສອບຖາມ, ໄດ້ມີການລົງທະບຽນ, ມີການສໍາພາດກ່ຽວກັບການເດີນທາງ ແລະ ໄດ້ມີການວັດແທກອຸນຫະພູມຮ່າງກາຍ ແລະ ຖາມອາການຕ່າງໆທີ່ຄ້າຍຄືນິຍາມຂອງພະຍາດໂຄວິດ-19 ແຕ່ທຸກຄົນບໍ່ມີອາການໃດໆ. ສໍາລັບຜູ້ຢູ່ໃກ້ຊິດນັກສຶກສາດັ່ງກ່າວບໍ່ວ່າຈະເປັນຜູ້ ໄປຮັບຢູ່ດ່ານ, ພໍ່ແມ່ ຫຼື ປະຊາຊົນ ແມ່ນໄດ້ຖືກກວດສອບໝົດທຸກຄົນ ແຕ່ບໍ່ພົບຫຍັງຜິດປົກກະຕິ ແລະ ອີກອັນໜຶ່ງນັກສຶກສາດັ່ງກ່າວເປັນນັກສຶກສາແພດ ພວກເຂົາແມ່ນຮູ້ວິທີປ້ອງກັນພະຍາດນີ້ຢູ່ແລ້ວຈຶ່ງບໍ່ໜ້າເປັນຫ່ວງ.

ທ່ານ ປອ. ດຣ ຕຽງຄໍາ: ເວົ້າລວມແລ້ວມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດແມ່ນປະຕິບັດຢ່າງເຂັ້ມງວດຕາມມາດຕະການປ້ອງກັນທີ່ທາງສູນກາງໄດ້ວາງອອກ, ທຸກຄົນ ທີ່ເຂົ້າມາແຂວງສະຫວັນນະເຂດແມ່ນມີການເກັບຕົວຢ່າງ, ກວດສອບປະຫວັດ, ວັດແທກອຸນຫະພູມ ແລະ ນໍາສົ່ງໄປກັກຕົວ 14 ວັນໝົດທຸກຄົນ ຊຶ່ງ ຢູ່ແຂວງສະຫວັນນະເຂດມີ 2 ສູນ. ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດຢູ່ໃນບັນດາປະເທດຕ່າງໆໃນໂລກ ແລະ ຢູ່ ລາວ ຢູ່ແຂວງສະຫວັນນະເຂດຍັງບໍ່ພົບຜູ້ຕິດເຊື້ອພະ ຍາດດັ່ງກ່າວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply