ສາລະວັນ ຜະລິດກະສິກໍາ ໄດ້ 375,350 ໂຕນ ໃນປີນີ້

ສາລະວັນ ຜະລິດກະສິກໍາ ໄດ້ 375,350 ໂຕນ ໃນປີນີ້

ອີງຕາມຂໍ້ມູນຈາກພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງສາລະວັນໃຫ້ຮູ້ວ່າ: ສົກປີ 2025 ການຜະລິດກະສິກໍາ ພາຍໃນແຂວງ ສາມາດປະຕິບັດໄດ້ 375,350 ໂຕນ ເທົ່າ 88% ຂອງແຜນການປີ ໃນເນື້ອທີ່ເກັບກ່ຽວຕົວຈິງ 94,628 ເຮັກຕາ. ໃນນີ້, ໄດ້ຈາກ ເຂົ້ານາແຊງ 65,052 ໂຕນ ໃນເນື້ອທີ່ເກັບກ່ຽວ 13,586 ເຮັກຕາ; ເຂົ້ານາປີ 310,298 ໂຕນ ໃນເນື້ອທີ່ເກັບກ່ຽວ 81,042 ເຮັກຕາ; ຖ້າທຽບໃສ່ຄວາມຕ້ອງການພາຍໃນແຂວງຄື: ເຂົ້າກຸ້ມກິນ 116,354 ໂຕນ, ເຂົ້າແນວພັນ 6,371 ໂຕນ, ເຂົ້າແຮສຸກເສີນ 37,535 ໂຕນ; ຈະມີເຂົ້າເຫຼືອເປັນສິນຄ້າ 177,556 ໂຕນ. ໃນນີ້, ຂາຍເປັນສິນຄ້າພາຍໃນ 56,100 ໂຕນ, ສ່ວນທີ່ເຫຼືອ ແມ່ນຂາຍອອກຕ່າງແຂວງ; ພືດສະບຽງອາຫານ ປະຕິບັດໄດ້ 98,802 ໂຕນ ໃນເນື້ອທີ່ເກັບກ່ຽວຕົວຈິງ 15,693 ເຮັກຕາ. ໃນນີ້, ໄດ້ຈາກ ພືດສະບຽງລະດູແລ້ງ 64,300 ໂຕນ ໃນເນື້ອທີ່ເກັບກ່ຽວ 8,658 ເຮັກຕາ, ພືດສະບຽງລະດູຝົນ 34,502 ໂຕນ ໃນເນື້ອທີ່ເກັບກ່ຽວ 7,035 ເຮັກຕາ. ຖ້າທຽບໃສ່ຄວາມຕ້ອງການບໍລິໂພກພາຍໃນແຂວງ 40,072 ໂຕນ/ປີ, ແມ່ນພຽງພໍກັບຄວາມຕ້ອງການ ແລະ ເຫຼືອເປັນສິນຄ້າສົ່ງຂາຍຕ່າງແຂວງ ຈໍານວນ 58,730 ໂຕນ. ວຽກງານລ້ຽງສັດ ແລະ ການປະມົງ ຍັງໄດ້ສະໜອງຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 28,453 ໂຕນ. ໃນນີ້, ຊີ້ນ 20,227 ໂຕນ, ໄຂ່ 3,895 ໂຕນ, ປາ 4,330 ໂຕນ, ສະເລ່ຍອັດຕາບໍລິໂພກຊີ້ນ, ໄຂ່ ແລະ ປາ ບັນລຸໄດ້ 59.28 ກິໂລ/ຄົນ ເທົ່າ ກັບ 96.12% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 0.94%.

ສຳລັບ ພືດສິນຄ້າ ສ່ວນໃຫ່ຍແມ່ນ ກາເຟ, ກ້ວຍ, ມັນດ້າງ, ມັນຕົ້ນ… ສົກປີນີ້ ປະຕິບັດໄດ້ 67,222 ເຮັກຕາ, ລື່ນແຜນ 17%, ຜົນຜະລິດ 1,280,480 ໂຕນ, ພືດສິນຄ້າ ທີ່ເປັນທ່າແຮງຂອງແຂວງ ປະກອບມີ: ກາເຟ 34,552 ໂຕນ ເທົ່າກັບ 99.7% ຂອງແຜນປີ, ກ້ວຍ 23,417 ໂຕນ, ມັນຕົ້ນ 1,202,961 ໂຕນ. ມູນຄ່າການສົ່ງອອກພືດສິນຄ້າ (ໂຕເລກຜ່ານການອອກໃບຢັ້ງຢືນສຸຂານາໄມພືດ Pyotosanitary Certificate) ຈໍານວນ 58,794,022.68 ໂດລາ; ຂາຍສັດເປັນສິນຄ້າສົ່ງອອກໄປຕ່າງແຂວງໄດ້ທັງໝົດ 1,191 ໂຕ ເທົ່າກັບ 26.4%, ມູນຄ່າ 7.6 ຕື້ກ່ວາກີບ.

ແຫຼ່ງຂໍ້ມູນຂ່າວ-ພາບ: ສ.ພະຈັນ

Related Articles

Leave a Reply