ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ແຂວງໄຊສົມບູນ

ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ແຂວງໄຊສົມບູນ

ບໍລິສັດ ລາວຢູນນານ ຫວູຖ່ານຂວາງເຢ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດບ້ານພູກະທະ, ເມືອງຮົ່ມ ແຂວງໄຊສົມບູນ, ໃນເນື້ອທີ່ 74,12 ກິໂລຕາແມັດ.
ໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນ 24 ເດືອນ, ໃນນັ້ນ ໜ້າວຽກໂຄງການຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ຄື: ຊອກຄົ້ນ ແລະ ສຶກສາສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຂອງໂຄງການ ແລະ ສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດເບື້ອງຕົ້ນ.
ພ້ອມນີ້ ຝ່າຍບໍລິສັດດັ່ງກ່າວ ຕ້ອງປະກອບສ່ວນພັນທະຕ່າງໆ ໃນໄລຍະຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ ຄື: ທຶນພັດທະນາສັງຄົມໃຫ້ແຂວງ 15.000 ໂດລາສະຫະລັດ/ປີ, ທຶນພັດທະນາທ້ອງຖິ່ນໃຫ້ເມືອງ ແລະ ບ້ານບ່ອນໂຄງການຕັ້ງຢູ່ 12.000 ໂດລາສະຫະລັດ/ປີ, ທຶນຝຶກອົບຮົມດ້ານວິຊາການໃຫ້ແຂວງ 3.000 ໂດລາສະຫະລັດ, ເງິນຕິດຕາມ ແລະ ຄຸ້ມຄອງ 5.000 ໂດລາສະຫະລັດ, ເງິນຕິດຕາມທາງດ້ານວິຊາການ 5.000 ໂດລາສະຫະລັດ ແລະ ເງິນຕິດຕາມໃນການປົກປັກຮັກສາສິ່ງແວດລ້ອມ 5.000 ໂດລາສະຫະລັດ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2020 ນີ້ ທີ່ສະໂມສອນກອງບັນຊາການທະຫານ ແຂວງ ລະຫວ່າງ ຕາງໜ້າໃຫ້ອົງການປົກຄອງແຂວງ ໂດຍ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ຈັນທະໜອມ ວົງສົມຈິດ ແລະ ຕາງໜ້າຝ່າຍບໍລິສັດ ໂດຍຜູ້ອໍານວຍການບໍລິສັດ ລາວຢູນນານ ຫວູຖ່ານຂວາງເຢ ຈໍາກັດຜູ້ດຽວ, ທ່ານ ທັງມ່ຽນ  ໂດຍ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພີຍານ.

ຂ່າວ+ພາບ: ຕູດ ຄໍາພໍໃຈ

Related Articles

Leave a Reply