ສື່ມວນຊົນລາວຈາກສູນກາງ ລົງເຄື່ອນໄຫວຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ນໍາພາໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າເລຂາປະຈໍາຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມ ສູນກາງພັກ ໃນວັນທີ 9 ກຸມພາ 2026 ຜ່ານມານີ້, ໂດຍມີຄະນະຮັບຜິດຊອບຂອງບໍລິສັດພູເບ້ຍມາຍນິງ ຈຳກັດ ໃຫ້ການຕ້ອນຮັບ. ທັງນີ້, ກໍເພື່ອເກັບກຳຂໍ້ມູນຂ່າວສານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເປັນຕົ້ນ ຜົນການດຳເນີນງານ ດ້ານເສດຖະກິດ, ດ້ານສຸຂະພາບ ແລະ ຄວາມປອດໄພ, ສິ່ງແວດລ້ອມ, ຜົນການດຳເນີນງານດ້ານສັງຄົມ ແລະ ວຽກງານອື່ນໆ.
ໂອກາດນີ້, ທ່ານ ວາຢາງ ຫົວໜ້າຄຸມງານຫ້ອງຄວບຄຸມລະບົບການຜະລິດ ຄຳ-ເງິນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຫ້ອງຄວບຄຸມລະບົບການຜະລິດຄຳ-ເງິນ ເປັນພະແນກໜຶ່ງທີ່ມີຄວາມສຳຄັນຫຼາຍຕໍ່ການດຳເນີນການຄວບຄຸມການຜະລິດ ໂດຍມີໜ້າທີ່ສື່ສານກັບພາກສະໜາມໂດຍກົງ ແລະ ຂົນສົ່ງແຮ່ເຂົ້າໂຮງງານ ຊຶ່ງການຈັດຕັ້ງປະຕິບັດແມ່ນດຳເນີນພາຍໃຕ້ການ ຄວບຄຸມຜ່ານລະບົບຄອມພິວເຕີ ໂດຍສະເພາະລະບົບການຂົນສົ່ງ ແລະ ລະບົບການຜະລິດ, ການຂົນແຮ່ເຂົ້າສູ່ລະບົບການຜະລິດ ແຕ່ລະຈຸດຈະຕິດກ້ອງຕິດຕາມການດຳເນິນງານ ຊຶ່ງລົດທຸກຄັນກໍມີການຕິດຕັ້ງກ້ອງໄວ້ ໃນກໍລະນີໂຊເຟີລົດມີອາການເຫງົານອນແມ່ນຈະມີລະບົບເຕືອນອັດຕະໂນມັດເພື່ອແຈ້ງເຕືອນສະຕິ, ໃນຂະນະດຽວກັນຂໍ້ມູນດັ່ງກ່າວຈະສົ່ງເຂົ້າມາຫາຜູ້ຄວບຄຸມ ແລ້ວໄດ້ແຈ້ງໃຫ້ຜູ້ຮັບຜິດຊອບພາກສະໜາມ ປ່ຽນຄົນຂັບ, ພ້ອມນີ້ຍັງມີລະບົບຕິດຕາມສະພາບດິນເຈື່ອນ, ມີກ້ອງຕິດຕາມການເຮັດວຽກຂອງແຕ່ ລະໜ່ວຍງານຢ່າງເປັນລະບົບຄົບຊຸດ ເພື່ອຄວາມປອດໄພຂອງທຸກຂົງເຂດວຽກງານ. ພວກເຮົາເຮັດວຽກຕະຫລອດ 24 ຊົ່ວໂມງ ໂດຍຜັດປ່ຽນກັນເປັນ 2 ຊ່ວງຄື: ກາງເວັນ ແລະ ກາງຄືນ, ເຮັດໃຫ້ໄລຍະຜ່ານມາ ເຖິງປັດຈຸບັນແມ່ນຮັບປະກັນຄຸນນະພາບ ແລະ ຄວາມປອດໄພ.
ໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເລີ່ມຜະລິດໃນປີ 2012, ນໍາໃຊ້ວິທີການຂຸດຄົ້ນແບບບໍ່ເທິງໜ້າດິນ ຊຶ່ງເປັນວິທີການຂຸດຄົ້ນທີ່ນໍາໃຊ້ຢ່າງກວ້າງຂວາງໃນວົງການ ອຸດສາຫະກໍາບໍ່ແຮ່ ຊຶ່ງປ້ອນແຮ່ເຂົ້າໂຮງງານຜະລິດ, ປຸງແຕ່ງ ທີ່ນໍາໃຊ້ລະບົບຈັບແຮ່ດ້ວຍທາດອາຍກາກບອນ ແລະ ໃຊ້ຕາໜ່າງແຍກແຮ່ແບບແຮງໂນ້ມຖ່ວງ.
ແຫຼ່ງຂ່າວຈາກ: ຂປລ


