ຄະນະລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ເລີ່ມລົງເຄື່ອນໄຫວໂຄສະນາຫາສຽງຢ່າງເປັນທາງການ ເພື່ອພົບປະກັບພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ.
ໃນການເຄື່ອນໄຫວມື້ທຳອິດນີ້, ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງເປັນຜູ້ລົງສະໝັກຮັບເລືອກຕັ້ງໝາຍເລກ 05 ໃນນາມຕົວແທນຈາກກະຊວງສາທາລະນະສຸກ ໄດ້ຮ່ວມກັບຄະນະຜູ້ສະໝັກ ລົງພົບປະໂອ້ລົມກັບພໍ່ແມ່ປະຊາຊົນຢູ່ທີ່ບ້ານຕະກີດ (ຫຼັກ 25) ແລະ. ຫ້ອງວ່າການປົກຄອງເມືອງບາຈຽງ.
ການລົງພົບປະຄັ້ງນີ້ ແມ່ນເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຊາບເຖິງປະຫວັດການເຄື່ອນໄຫວ, ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ. ສຳລັບເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີຜູ້ລົງສະໝັກທັງໝົດ20 ທ່ານ, ນຳໂດຍບຸກຄົນສຳຄັນລະດັບຊາດ ເຊັ່ນ: ໝາຍເລກ 01: ທ່ານ ສອນໄຊ ສີພັນດອນ ໝາຍເລກ 02: ທ່ານ ປອ. ອາລຸນໄຊ ສູນນະລາດ ໝາຍເລກ 05: ທ່ານ ດຣ. ໄພວັນ ແກ້ວປະເສີດ
(ພ້ອມດ້ວຍບັນດາທ່ານຜູ້ສະໝັກໝາຍເລກ 01-20)
ໃນເຂດເລືອກຕັ້ງນີ້ ຈະຄັດເລືອກເອົາພຽງ 15 ທ່ານເພື່ອເຂົ້າໄປເຮັດໜ້າທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນສະພາແຫ່ງຊາດ.
ໄລຍະການໂຄສະນາຫາສຽງຈະດຳເນີນໄປຈົນເຖິງວັນທີ 20 ກຸມພາ 2026.

