ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ ເຊີເບຍ ໄດ້ເລີ່ມຝຶກຊ້ອມນັບຕັ້ງແຕ່ວັນທີ 25 ພຶດສະພາ 2026 ເປັນຕົ້ນມາ ເພື່ອກະກຽມກຽມພ້ອມຂອງທີມເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2026 AFF Hyundai Cup 2026 ໂດຍໄດ້ເອີ້ນນັກກິລາມາທັງໝົດ 31 ຄົນ ແລະ ຈະຕັດໃຫ້ເຫຼືອ 26 ຄົນ ເພື່ອເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ.
ສໍາລັບ ການແຂ່ງຂັນບານເຕະລາຍການນີ້ ຈະເລີ່ມການແຂ່ງຂັນໃນລະຫວ່າງວັນທີ 24 ກໍລະກົດ 2026 ຫາ 26 ສິງຫາ 2026, ໂດຍທີມບານເຕະຊາຍ ທີມຊາດລາວ ໄດ້ຖືກຈັດຢູ່ໃນກຸ່ມ B ຮ່ວມກັບ ທີມຊາດໄທ, ມາເລເຊຍ, ຟີລິບປິນ ແລະ ມຽນມາ, ສ່ວນກຸ່ມ A ປະກອບມີ ທີມຊາດຫວຽດນາມ, ສິງກະໂປ, ອິນໂດເນເຊຍ, ກຳປູເຈຍ ແລະ ທີມຊະນະຈາກຮອບຄັດເລືອກ (ລະຫວ່າງ ບຣູໄນ ຫຼື ຕີມໍ-ເລສເຕ).
ຮູບແບບການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 ໃນຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ແຂ່ງຂັນທັງໝົດ 4 ນັດ ໂດຍແບ່ງອອກ 2 ນັດຈັດການແຂ່ງຂັນໃນປະເທດຕົນເອງ ແລະ ອີກ 2 ນັດຕ້ອງໄປແຂ່ງຢູ່ນອກບ້ານ. ການແຂ່ງຂັນແມ່ນພົບກັນໝົດຮອບດຽວ ແລ້ວເອົາແຕ່ອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ ເພື່ອເຂົ້າຮອບ 4 ທີມສຸດທ້າຍ ຊຶ່ງໃນຮອບ 4 ທີມສຸດທ້າຍ ແຕ່ລະທີມຈະໄດ້ເຕະແບບ ເຍົ້າ-ເຍືອນ ຈົນໄປຮອດຮອບຊີງຊະເລີດ.
ປີນີ້ ຖືເປັນປີທຳອິດ ທີ່ກຸ່ມບໍລິສັດ Hyundai Motor ໄດ້ກາຍເປັນຜູ້ສະໜັບສະໜູນຫຼັກໃຫ້ແກ່ AFF ພາຍຫຼັງທີ່ໄດ້ຕົກລົງເຊັນສັນຍາຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ໃນປີ 2025 ຜ່ານມາ ໂດຍກໍານົດສັນຍາປະຈຸບັນຮອດປີ 2028.
ທີ່ມາ: ສຕລ

