ໄຂຄວາມລັບຮູບແຕ້ມບູຮານ “ຖໍ້າຝາມື” ກຽມຍົກລະດັບສູ່ແຫຼ່ງ ທ່ອງທ່ຽວລະດັບໂລກ

ໄຂຄວາມລັບຮູບແຕ້ມບູຮານ “ຖໍ້າຝາມື” ກຽມຍົກລະດັບສູ່ແຫຼ່ງ ທ່ອງທ່ຽວລະດັບໂລກ

ການຄົ້ນຄວ້າຮູບແຕ້ມບູຮານທີ່ຖໍ້າຝາມື ເມືອງຄູນຄໍາ ພວມສ້າງຄວາມຕື່ນເຕັ້ນໃນວົງການວິທະຍາສາດ ໂດຍມີເປົ້າໝາຍຍົກລະດັບເປັນແຫຼ່ງທ່ອງທ່ຽວລະດັບໂລກ ເຊິ່ງບໍ່ພຽງແຕ່ຊ່ວຍອະນຸລັກມໍລະດົກອັນລໍ້າຄ່າ ແຕ່ຍັງຈະສ້າງຜົນກະທົບທາງບວກໃນການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງ ສປປ ລາວ ຢ່າງມະຫາສານ.

ຕາມການລາຍງານຂອງ ຂ່າວສານປະເທດລາວ, ຄວາມຄືບໜ້າຫຼ້າສຸດໄດ້ຖືກເປີດເຜີຍໃນກອງປະຊຸມລາຍງານການຄົ້ນຄວ້າ-ວິໄຈຖໍ້າຝາມື ເມື່ອວັນທີ 5 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ນາງ ເບເນດິກ ເດຊອງ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍຜູ້ຊ່ຽວຊານຈາກຫຼາຍພາກສ່ວນ. 

ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນການບັນລະຍາຍຂອງທ່ານ ອາຈານ ນາງ ໂອຣີເວຍ ຣິເວໂຣ ວິລາ ຜູ້ອໍານວຍການຫ້ອງທົດລອງເຕັກໂນໂລຊີຍຸກກ່ອນປະຫວັດສາດ (Labtec) ທີ່ໄດ້ຍົກໃຫ້ເຫັນເຖິງຄວາມມະຫັດສະຈັນຂອງຮູບແຕ້ມເທິງໜ້າຜາ ທີ່ທ້າທາຍທັງຄວາມສູງ, ເຕັກນິກການແຕ້ມ, ສັນຍາລັກທີ່ແຝງໃນນັ້ນ ແລະ ສິ່ງທ້າທາຍໃນການອະນຸລັກຮັກສາແຫຼ່ງປະຫວັດສາດແຫ່ງນີ້.

ແຫຼ່ງສິລະປະບູຮານດັ່ງກ່າວ ຖືກຄົ້ນພົບຄັ້ງທຳອິດໃນປີ 1980 ໂດຍທ່ານ ຫົງ ກ່ອນຈະຖືກຄົ້ນພົບຄືນໃໝ່ໃນປີ 2021 ພາຍໃຕ້ໂຄງການສ້າງຕັ້ງອຸທິຍານທໍລະນີ ຫີນບູນ. 

ຄວາມພະຍາຍາມໃນການໄຂຄວາມລັບໄດ້ຖືກດຳເນີນຢ່າງເຂັ້ມຂຸ້ນຜ່ານການສຳຫຼວດທາງວິທະຍາສາດເຖິງ 3 ຄັ້ງ ໃນລະຫວ່າງປີ 2024 ຫາ 2026 ໂດຍຄະນະນັກວິໄຈລະດັບສາກົນ. ພວກເຂົາໄດ້ນຳໃຊ້ເຕັກໂນໂລຊີອັນທັນສະໄໝ ເຊັ່ນ: ການສ້າງແຜນພາບຖ່າຍທາງອາກາດ, ການວິເຄາະໂຄງສ້າງໂມເລກຸນດ້ວຍແສງເລເຊີ ແລະ ການກຳນົດອາຍຸຈາກສານອອກຊາເລດ ເພື່ອບັນທຶກ ແລະ ວິເຄາະທຸກລາຍລະອຽດຂອງແຜ່ນຫີນ ແລະ ຊັ້ນສີຢ່າງເປັນລະບົບທີ່ສຸດເທົ່າທີ່ເຄີຍມີມາໃນ ສປປ ລາວ.

ຜົນການວິໄຈພົບວ່າ ເຫງີບຜາຫີນແຫ່ງນີ້ປຽບເໝືອນແຜ່ນຈາລຶກຍັກທີ່ບັນທຶກເລື່ອງລາວຂ້າມຍຸກສະໄໝ ໂດຍມີການຄົ້ນພົບລວດລາຍເຖິງ 285 ຮູບ ຊຶ່ງສ່ວນໃຫຍ່ແມ່ນຮູບມືແບບເປົ່າສີທັບ, ຮອງລົງມາແມ່ນສັນຍາລັກ ແລະ ຮູບຊົງຄ້າຍມະນຸດ. ສິ່ງທີ່ສ້າງຄວາມແປກໃຈໃຫ້ນັກວິທະຍາສາດຄື ການຈັດວາງຮູບແຕ້ມທີ່ມີທັງໃນລະດັບເອື້ອມເຖິງ ແລະ ສູງຂຶ້ນໄປກວ່າ 5 ແມັດ. 

ຄວາມສູງນີ້ບໍ່ພຽງແຕ່ສະທ້ອນເຖິງຄວາມສາມາດທາງເຕັກນິກຂອງຄົນບູຮານທີ່ອາດຕ້ອງອາໄສແທ່ນຢືນທຳມະຊາດ ຫຼື ເຄື່ອງມືຊ່ວຍຍົກຕົວຂຶ້ນເທົ່ານັ້ນ ແຕ່ຍັງເປັນກຸນແຈສຳຄັນທີ່ຊ່ວຍຮັກສາຮູບແຕ້ມໃນຈຸດທີ່ສູງທີ່ສຸດໃຫ້ຍັງຄົງສະພາບດີ ຍ້ອນລອດພົ້ນຈາກການສຳຜັດຂອງມະນຸດ. ການອະນຸລັກແຫຼ່ງບູຮານຄະດີທີ່ລໍ້າຄ່ານີ້ ຈຶ່ງເປັນວຽກງານບຸລິມະສິດອັນຮີບດ່ວນ ເພື່ອປົກປັກຮັກສາຮ່ອງຮອຍປະຫວັດສາດຈາກທັງໄພທຳມະຊາດ ແລະ ມະນຸດ ພ້ອມທັງກຽມເປີດປະຕູຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກໃນອະນາຄົດອັນໃກ້ນີ້.

Related Articles

Leave a Reply