ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ “ເສັ້ນ​ທາງ​ຄຳ” ທີ່​ຂ້າມ​ຜ່ານ​ພູ​ຜາ​ແມ່​ນ້ຳ

ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ “ເສັ້ນ​ທາງ​ຄຳ” ທີ່​ຂ້າມ​ຜ່ານ​ພູ​ຜາ​ແມ່​ນ້ຳ

ວັນ​ທີ 5 ມິ​ຖຸ​ນາ ຜ່ານມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໄດ້​​ພົບ​ປະ​ເຈ​ລະ​ຈາ​ກັນ​ຢູ່​ຫໍ​ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ, ເທື່ອ​ນີ້​ແມ່ນ​ທ່ານ ທອງ​ລຸນ​ ສີ​ສຸ​ລິດ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ອີກ​ຄັ້ງ​ໃນ​ຮອບ​ເກືອບ 9 ເດືອນ​ ນັບ​ແຕ່​ການ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ໃນ​ເດືອນ​ກັນ​ຍາ​ປີ 2025 ເປັນ​ຕົ້ນ​ມາ.

ໃນ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ສີ​ຈິ້ນ​ຜິງ ໄດ້​​ສຸມ​ໃສ່ທ່າ​ແຮງ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ​ທີ່​ເປັນ “ເສັ້ນ​ທາງ​ຄຳ” ໂດຍສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ “ຄວນຊຸກ​ຍູ້​ການ​ພັດ​ທະ​ນາ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ ​ແລະ ​ປະ​ຕິ​ບັດ​​ວຽກ​ງານການກວດ​ກາ ‘ປະ​ຕູ​ດຽວ ຄັ້ງ​ດຽວ’, ​ຝຊຸກ​ຍູ້​ການຍົກລະດັບ​ຄຸນ​ນະ​ພາບການ​ຮ່ວ​ມມືຕາມແລວເສດ​ຖະ​ກິດ​ ຈີນ-ລາວ​ໃຫ້ນັບມື້ສູງຂຶ້ນ.”

ທິດ​ເໜືອເສັ້ນທາງລົດໄຟ​ລາວ​-ຈີນ ເລີ່ມແຕ່ນະຄອນຄຸນມິງ ແຂວງຢູນນານ ສປ ຈີນ ໄປຈົນເຖິງນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວທັງໝົດ 1.035 ກິໂລແມັດ, ມີ​ສົມ​ຍາ​ນາມ​ວ່າ “ເສັ້ນ​ທາງ​ຄຳ”.

ປີ 2015, ​ທ່ານ ​ສີ​ຈິ້ນ​ຜິງ ໄດ້ຮ່ວມກັບຜູ້ນຳປະເທດລາວ ເຊັນຂໍ້ຕົກລົງອັນສຳຄັນໃນການຮ່ວມກັນສ້າງເສັ້ນທາງລົດໄຟລາວ-ຈີນ.

ວັນທີ 3 ທັນວາ 2021, ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ພິທີເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການ. ຈາກ​ນັ້ນ​ມາ, ຈາກນະຄອນຄຸນມິງຫານະຄອນຫຼວງວຽງຈັນ ພູຜາຈະບໍ່​ເປັນ​ອຸ​ປະ​ສັກອີກ, ຫົນທາງຈະບໍ່ຍາວ​ໄກອີກ.

ໃນ​ໄລ​ຍະ​ຢ້ຽມ​ຢາມ​ຈີນ​ ຄັ້ງ​ນີ້, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ໄດ້​ໃຫ້​ສຳ​ພາດ​ຕໍ່ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ CMG ວ່າ: “ລາວ​ບໍ່​ມີ​ທະ​ເລ ແຕ່​ມີ​ເສັ້ນ​ທາງ​​ອອກ​ສູ່​ທະ​ເລ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ໄດ້. ລາວ​ບໍ່​ເຄີຍ​ມີ​ເສັ້ນ​ທາງ​ລົດ​ໄຟ, ​ແຕ່ວ່າ​ມີ​ເສັ້ນ​ທາງ​ລົດ​ໄຟ​ລາວ-​ຈີນ ​​ພັດເປັນ​ຄວາມ​ໄວ​ຂ້ອນ​ຂ້າງ​ສູງ​ນັ້ນ, ເຮັດ​ໃຫ້​ປະ​ຊາ​ຊົນ​ລາວມີຄວາມພາກ​ພູມ​ໃຈຫຼາຍ.”

ເດືອນເມສາປີ 2019, ​ຜູ້​ນຳ​ສູງ​ສຸດ​ສອງ​ພັກ​ສອງ​ລັດ​ຈີນ-ລາວ ໄດ້ຮ່ວມກັນລົງນາມໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ລະຫວ່າງພັກ​ຄອມມູນິດຈີນ ​ແລະ ພັກປະຊາຊົນປະຕິວັດລາວ. ເອກະສານສະບັບນີ້ໄດ້ລະບຸຢ່າງ​ຈະ​ແຈ້ງວ່າ: ຈະຖືເສັ້ນທາງລົດໄຟລາວ-ຈີນ ເປັນບ່ອນອີງ, ເພື່ອວາງ​ແຜນ​ເປັນ​ເອ​ກະ​ພາບ​ກັນ​ຊຸກ​ຍູ້ການຮ່ວມມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ຄົມ​ມະ​ນາ​ຄົມ, ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ, ກະ​ສິ​ກຳ, ວັດ​ທະ​ນະ​ທຳ ​ແລະ​ທ່ອງ​ທ່ຽວ, ສັງ​ຄົມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ແລະ​ ຂົງ​ເຂດ​ອື່ນໆ​ໄປ​ຄຽງ​ຄູ່​ກັນ.

ນັບ​ແຕ່​ເປີດ​ບໍ​ລິ​ການ​ເປັນ​ເວ​ລາ 4 ປີ​ຜ່ານ​ມາ​, ກຳ​ລັງ​ການ​ຂົນ​ສົ່ງ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ, ​ພື້ນ​ຖານ​ໂຄງ​ລ່າງຂອງ​ດ່ານ​ທາງ​ລົດ​ໄຟ ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າ​ງ​ຕໍ່​ເນື່ອງ: ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ໄດ້​ເພີ່ມ​ຈາກ 2 ຖ້ຽວ​ຕໍ່​ມື້​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ທີ່​ຫາ​ກໍ່​ເປີດ​ບໍ​ລິ​ການ​ ເປັນ​ສູງ​ສຸດ 23 ຖ້ຽວຕໍ່​ມື້, ສິນ​ຄ້າ​ທີ່​ຖືກ​ຂົນ​ສົ່ງ​ຂ້າມ​ຊາດໄດ້​ເພີ່ມຂຶ້ນ​ຈາກ 10 ກວ່າ​ຊະ​ນິດ ເປັນ 3.800 ກວ່າ​ຊະ​ນິດ, ເຄືອ​ຂ່າຍ​ຂົນ​ສົ່ງ​ສິນ​ຄ້າ​ຂອງເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປົກ​ຄຸມ 19 ປະ​ເທດ​ ແລະ ເຂດ​ແຄວ້ນ ເຊິ່ງ ​ລວມ​ເຖິງ​ລາວ ​ແລະ ​ໄທ​ ເປັນ​ຕົ້ນ.

ຕົວ​ເລກ​ສະ​ຖິ​ຕິ​ຕ່າງໆ​ສາ​ມາດ​ພິ​ສູດ​ໃຫ້​ເຫັນ​ໂດຍ​ກົງ​ເຖິງ​ແຮງ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ ທີ່​ເກີດ​ຈາກ​ການ​​ພັດ​ທະ​ນາ​ແບບປະ​ສານ​ສົມ​ທົບ​ກັນ​ລະ​ຫວ່າງ “ເສັ້ນ​ທາງ​ຄຳ” ກັບ ແລວ​ເສດ​ຖະ​ກິດລາວ-ຈີນ.

ໄຕ​ມາດ​ທີ 1 ປີ 2026, ມູນ​ຄ່າ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ບັນ​ລຸ​ເຖິງ 6,81 ຕື້ຢວນ​ເທົ່າ​ກັບ​ປະ​ມານ 1 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 62,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນີ້, ມູນ​ຄ່າ​ສິນ​ຄ້າ​ປະ​ເພດ​ໝາກ​ໄມ້​ແຫ້ງ​ ແລະ ສົດທີ່​ຈີນນຳ​ເຂົ້າຜ່ານ​ເສັ້ນ​ທາງ​ລົດ​ໄຟ​ບັນ​ລຸ 500 ລ້ານຢວນ ເທົ່າ​ກັບ​ປະ​ມານ 74 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 1 ເທົ່າ​.​ ໝາກ​ໄມ້​ສົດ​ຈາກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເຊັ່ນ: ລາວ, ໄທ ເປັນ​ຕົ້ນ ​ໄດ້​ຜ່ານ​ຈາກຂະ​ບວນລົດໄຟຂົນສົ່ງໝາກໄມ້ແຊ່ເຢັນ ຕາມ​ເສັ້ນທາງລົດໄຟ​ລາວ-ຈີນ​ ສາ​ມາດ​ເຂົ້າ​ເຖິງ​ໂຕະ​ອາ​ຫານ​ປະ​ຊາ​ຊົນ​ຈີນ​ໂດຍ​ກົງ​ພາຍ​ໃນ​ເວ​ລາພຽງ 3 ວັນ. ຂະ​ນະ​ດຽວ​ກັນ, ຈີນ​ໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ, ​ແບັດ​ເຕີ​ຣີລີ​ທຽມ, ລົດ​ພະ​ລັງ​ງານ​ໃໝ່​ລວມ​ມູນ​ຄ່າ 1,3 ຕື້ຢວນ ເທົ່າ​ກັບ​ປະ​ມານ 192ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 10,4 ເທົ່າເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.

ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົ​ນ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້ເຊື່ອມ​ຕໍ່​ແຫຼ່ງ​ທ່ອງ​ທ່ຽວຕ່າງໆ​ທີ່​ມີ​ຊື່​ສຽງ​​ຂອງ​ນະ​ຄອນ​ຄຸນ​ມິງ​, ສິບ​ສອງ​ພັ່ນ​ນາ ​ແຂວງ​ຢູນ​ນານ​ຈີນ ​ແລະ​ ເມືອງ​ມໍ​ລະ​ດົກ​ໂລກ​ຫຼວງ​ພະ​ບາງ, ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ ເຊິ່ງ​ລວມ​ເຖິງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຫຼາຍກວ່າ 560 ແຫ່ງ, ກາຍ​ເປັນ​ແລວ​ທ່ອງ​ທ່ຽວ​ຂ້າມ​ຊາດ​ທີ່​ສຳ​ຄັນ​. ຕົວ​ເມືອງ​ຕ່າງໆ​ຂອງ​ລາວ​ເຊັ່ນ: ນະ​ຄອນ​ຫຼວງວຽງ​ຈັນ, ຫຼວງ​ພະ​ບາງ​ ແລະ​ ອື່ນໆ​ໄດ້​ອາ​ໄສ​ທ່າ​ແຮງ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ກ້າວ​ກະ​ໂດດ​ຂຶ້ນ​ເປັນ​ໃຈ​ກາງ​ການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ.

​ ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດ​ນຳ​ໃຊ້ຢ່າງເປັນທາງການເປັນຕົ້ນມາ, ນັບ​ມາ​ຮອດ​ວັນ​ທີ 27 ພຶດ​ສະ​ພາ 2026, ໄດ້​ເປີດ​ບໍ​ລິ​ການ​ແລ່ນ​ລົດ​ໂດຍ​ສານ​ຫຼາຍກວ່າ 100.000 ຂະ​ບວນ, ໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 73,38 ລ້ານເທື່ອຄົນ, ຜູ້​ໂດຍ​ສານ​ສາ​ກົນ​ຈາກ 120 ກວ່າປະ​ເທດ​ ແລະ​ ເຂດ​ແຄວ້ນ ຈຳ​ນວນ 840.000 ເທື່ອ​ຄົນ ​ໄດ້​ເດີນ​ທາງ​ໄປ-ມາ​ລະ​ຫວ່າງ​ສອງ​ປະ​ເທດ​ດ້ວຍ​ຂະ​ບວນ​ລົດ​ໄຟ​ຂ້າມ​ຊາດ ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​​ການ​ບໍ​ລິ​ໂພກ​ຂອງ​ຂະ​ແໜງ​ການ​ຕ່າງໆ​​ທີ່​ຢູ່​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ເຊັ່ນ: ສະ​ຖານ​ທີ່​ທ່ອງ​ທ່ຽວ, ໂຮງ​ແຮມ, ຮ້ານ​ອາ​ຫານ ເປັນ​ຕົ້ນ ໄດ້​ເຕີບ​ໂຕ​ຫຼາຍກວ່າ 35%, ໄດ້​ກະ​ຕຸ້ນ​ພະ​ລັງ​ແຮງ​ໃໝ່​ໃນ​ການ​ຂັບ​ເຄື່ອນ​ການພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ.

ປັດ​ຈຸ​ບັນ, ສອງ​ປະ​ເທດ​ຈີນ-ລາວ​ ໄດ້​ຮ່ວມ​ກັນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ລະ​ບົບ​ຜ່ານ​ດ່ານ​ແບບກວດ​ກາ “​ປະ​ຕູ​ດຽວ ຄັ້ງ​ດຽວ”, ຍິ່ງ​ໄດ້​ອີງ​ໃສ່​ຂໍ​ກຸນ​ແຈ​ສຳ​ຄັນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຊ່ອງ​ທາງ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຍົກ​ລະ​ດັບ​ແລວ​ເສດ​ຖະ​ກິດຄື: ພາຍ​ຫຼັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ໃຫ້​ເປັນ​ຮູບ​ປະ​ທຳ​ແລ້ວ, ຜູ້​ໂດຍ​ສານ​ຂ້າມ​ຊາຍ​ແດນ​ພຽງ​ແຕ່​ຂຶ້ນ-ລົງ​ລົດ​ໄຟ​ເທື່ອ​ດຽວ​ຢູ່​ສະ​ຖາ​ນີ​ດຽວ​ເທົ່າ​ນັ້ນ ​ກໍ​ຈະ​ສາ​ມາດ​ເຮັດ​ສຳ​ເລັດ​ຂັ້ນ​ຕອນກວດ​ກາ 4 ຊັ້ນ ​ຈາກ​​ອົງ​ການກວດ​ກາ​ຊາຍ​ແດນ, ດ່ານ​ພາ​ສີ​ຂອງ​ສອງ​ປະ​ເທດ​ຈີນ-ລາວ, ເຊິ່ງ​ໄດ້​ປະ​ຢັດ​ເວ​ລາ​ ແລະ ຕັດຂັ້ນຕອນໃນການຜ່ານ​ດ່ານ, ຫຼຸດ​ຕົ້ນ​ທຶນ​ການ​ຄ້າ​ ແລະ​ ການ​ເດີນ​ທາງ​ຂ້າມ​ຊາດ, ເສີມ​ຂະ​ຫຍາຍ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ຂົນ​ສົ່ງ​ຂອງ​ທາງ​ລົດ​ໄຟ​ຕື່ມ​ອີກ.

ທຸກ​ມື້​ນີ້, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ມີ​ບົດ​ບາດ​ຫຼາຍ​ຢ່າງ ​ບໍ່​ສະ​ເພາະ​ແຕ່​ເປັນ​ພື້ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ, ຫາກ​ໄດ້​ກາຍ​ເປັນ​ເສັ້ນ​ທາງ​ແຫ່ງ​ມິດ​ຕະ​ພາບ, ເສັ້ນ​ທາງ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ປະ​ຊ​າ​ຊົນ ແລະ ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ຈະ​ເລີນ​ຮຸ່ງ​ເຮືອງ​ ສຳ​ລັບ​ການ​ລົງ​ເລິກ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳລາວ-ຈີນ, ສະ​ໜັບ​ສະ​ໜູນ​ແລວ​ເສດ​ຖະ​ກິດ​ລາວ-ຈີນ ​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວ​ງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ: CMG FM93

Related Articles

Leave a Reply