ໃນໄລຍະໃໝ່ສື່ມວນຊົນ ແລະ ການພິມຈໍາໜ່າຍລາວຍັງສາມາດຮັກສາບົດບາດການ ເປັນກະບອກສຽງອັນ ແຫຼມຄົມຂອງພັກ-ລັດ, ເປັນຜູ້ແນະນໍາ, ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວ ສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ.
ພິທີໂຮມຊຸມນຸມສະເຫຼີມສະຫລອງຄົບຮອບ 70 ປີ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ (13.8.1950-13.8.2020) ໄດ້ຈັດຂຶ້ນເມື່ອວັນທີ 14 ສິງຫາ ທີ່ຜ່ານມາ ຢູ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ການນໍາກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ບັນດາສື່ມວນຊົນ ແລະ ສິ່ງພິມຕ່າງໆທັງພາກລັດ ແລະ ເອກກະຊົນໄດ້ເຂົ້າ ຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງ ຖວທ ໄດ້ກ່າວເປີດພິທີຢ່າງເປັນທາງການໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພິທີສະເຫຼີມສະຫຼອງງານດັ່ງກ່າວໃນມື້ນີ້ ແມ່ນເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າລາສີແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນ ແລະ ການພິມຈຳໜ່າຍລາວ ບໍ່ວ່າຈະເປັນທາງດ້ານປະລິມານ ແລະ ຄຸນນະພາບ, ທັງເປັນກະບອກສຽງໃຫ້ພັກ-ລັດໃນການເຜີຍແຜ່ນະໂຍບາຍ ແລະ ວຽກງານຕ່າງໆຂອງລັດຖະບານໃຫ້ສັງຄົມຮັບຮູ້, ເວົ້າສະເພາະສື່ມວນຊົນ ແລະ ພິມຈຳໜ່າຍ ໄດ້ເສຍສະຫຼະເພື່ອຊາດ ເພື່ອພາລະກິດປະຕິວັດໃນຜ່ານມາ.
ໃນພິທີດັ່ງກ່າວບັນດາສື່ ແລະ ການພິມຈໍາໜ່າຍໄດ້ມີການວາງສະແດງຜົນງານຂອງຕົນ.
ຂ່າວ: ວຽງຈັນທາຍ

