ສື່ມວນຊົນລາວໃນຂອບເຂດທົ່ວປະເທດສືບຕໍ່ປະກອບສ່ວນໂຄສະນາວຽກງານປ້ອງກັນເດັກ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເພື່ອໃຫ້ຄວາມຮູ້ ຄວາມເຂົ້າໃຈແກ່ສັງຄົມໃນວຽກງານດັ່ງກ່າວ.
ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປະຈໍາປີ ມື້ເຊົ້ານີ້ ວັນທີ 29 ກໍລະກົດ 2020 ທີ່ແຂວງອຸດົມໄຊ ກ່ຽວກັບວຽກງານຂອງສື່ມວນຊົນທົ່ວປະເທດໃນການຂຽນຂ່າວ ຫຼື ໂຄສະນາກ່ຽວກັບການປົກປ້ອງເດັກ, ຄົນລາວລຸ້ນປີ 2030 ແລະ ການປ້ອງກັນພະຍາດໂຄວິດ-19ໂດຍການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ນອກນັ້ນຍັງມີ ທ່ານ ມະຫາໄຊ ເກດບຸນທໍາ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ, ທ່ານ ຕະບອງເພັດ ພຸດທະວົງ ວ່າການຫົວໜ້າພະແນກໂຄສະນາ ແລະ ສື່ສານມວນຊົນ ອົງການຢູນີເຊບ ແລະ ສື່ມວນຊົນລາວໃນທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 2 ວັນ ຄື: ວັນທີ 29 ຫາ 30 ກໍລະກົດ, ສໍາລັບຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອທົບທວນການມີສ່ວນຮ່ວມ ໃນການປະຕິບັດສິດທິເດັກ ໃນປີຜ່ານມາ, ໂດຍສະເພາະການມີສວ່ນຮວ່ມຂອງສື່ໃນການໂຄສະນາພະຍາດໂຄວິດ-19; ເພື່ອສ້າງແຜນການໂຄສະນາ ສິດທິເດັກໃນຕໍ່ໜ້າ ໂດຍສະເພາະການໂຄສະນາແຜນງານສ້າງຄົນລຸ້ນໃໝ່ຂອງລາວປີ 2030 ຫຼື Lao Generation 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຕໍ່ການບັນລຸຄາດໝາຍໝັ້ນຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ທີ່ໄດ້ໃຫ້ຄວາມໝາຍໝັ້ນໃນປີ 2019, ໃຫ້ຄວາມຮູ້ວຽກງານປົກປ້ອງເດັກ ແກ່ສື່ມວນຊົນໃນທົ່ວປະເທດ, ການປະກອບສ່ວນຂອງສື່ມວນຊົນໃນການໂຄສະນາໃຫ້ແກ່ວຽກງານແຜນງານສ້າງໄວໜຸ່ມລາວປີ 2030, ວຽກງານປົກປ້ອງເດັກ ແລະ ວຽກງານຕ້ານ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ການກຽມຄວາມພ້ອມຂອງສື່ມວນຊົນຫາກເກີດມີການລະບາດຂອງໂຄວິດ-19 ຮອບສອງ, ປຶກສາຫາລືປັບປຸງຮູບແບບ ແລະ ເນື້ອໃນຂອງນັກຂ່າວ ເພຈມີເດຍລາວ ຫຼື Media Laos page ພ້ອມຮັບຮູ້ສະພາບການຄຸ້ມຄອງສື່ມວນຊົນໃນປັດຈຸບັນ ແລະ ຕໍ່ໜ້າ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ປີນີ້ເປັນຄັ້ງທີ 5 ເຊິ່ງໝູນວຽນກັນຈັດຢູ່ແຂວງຕ່າງໆ ນັບແຕ່ ແຂວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ ແລະ ຫຼ້າສຸດແມ່ນອຸດົມໄຊ. ປີນີ້ແຕກຕ່າງຈາກທຸກປີເນື່ອງຈາກມີວິທະຍາກອນເຂົ້າຮ່ວມບັນຍາຍເຖິງ 5 ທ່ານທີ່ມາຈາກ 5 ພາກສ່ວນ ເພື່ອໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈແກ່ສື່ມວນຊົນໃນຄັ້ງນີ້.
ຂ່າວ-ພາບ: ຕ້ອມ

