ອົງການສຸພານິມິດ ປະຈໍາລາວ ໄດ້ສະໜອງເຕົາໄຟໄວທັງໝົດ 1.988 ໜ່ວຍ, ລວມມູນຄ່າທັງໝົດ 795 ລ້ານກວ່າກີບ ເພື່ອຊ່ວຍເຫຼືອໃຫ້ 10 ບ້ານ ເປົ້າໝາຍຂອງໂຄງການ ຢູ່ ເມືອງຊົນນະ ບູລີ ແຂວງສະຫວັນນະເຂດ.
ເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ຈະມອບໃຫ້ກຸ່ມເປົ້າໝາຍສະເພາະຄອບຄົວນັ້ນໆມີເດັກນ້ອຍຕ່ຳກວ່າ 5 ປີລົງມາ ທີ່ນຳໃຊ້ກ້ອນເສົ້າ, ເຕົາຄຽງ, ແລະ ດັງຟືນໃນການປຸງແຕ່ງອາຫານສຳລັບສະມາຊິກໃນຄອບຄົວ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ ບ້ານດົງຫົງຄຳ ເມືອງຊົນນະບູລີ ໂດຍເຂົ້າຮ່ວມຂອງທ່ານ ນາງ ຄອນສະຫັວນ ແກ້ວດວງດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຊົນນະບູລີ ທັງເປັນປະທານຊີ້ນຳໂຄງການຂັ້ນເມືອງ, ທ່ານ ນາງ ສຸກສະຫັວນ ພະສະຫວັດ ຫົວໜ້າທີມງານໂຄງການຮ່ວມມືປັບປຸງໂພຊະນາການຜະລິດກະສິກຳເພື່ອໂພຊະນາການ ແລະ ສຸຂະພາບທີ່ດີປະຈຳ ເເຂວງສະຫັວນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າ-ພາບ: ສພຂ

