ສູນຊ່ວຍເຫຼືອໝີຕາດກວາງຊີ ແລະ ສູນຮັກສາພັນສັດປ່າ ບ້ານໜອງໂຕກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເນັ້ນໃສ່ກິດຈະກໍາສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ອົງການປົກຄອງທ້ອງຖິ່ນ ຕໍ່ກັບວຽກງານສະກັດກັ້ນ ການຄ້າສັດຜິດກົດໝາຍທຸກຊະນິດ, ເປັນການສົ່ງເສີມຂະບວນການປູກຈິດສຳນຶກ ການອະນຸລັກສິ່ງແວດລ້ອມໃຫ້ແກ່ຊຸມຊົນ, ທ້ອງຖິ່ນ ໃນການປັກປັກຮັກສາ ອະນຸລັກສັດປ່າ ຕິດພັນກັບການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ທີ່ຈະຢຸດຕິຟາມລ້ຽງໝີ-ຫຼຸດຜ່ອນການລ້ຽງໝີ ແລະ ສັດປ່າ ແບບຊະຊາຍ ພ້ອມທັງເປັນການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ ໃນການດູແລເບິ່ງແຍງໝີ ແລະ ສັດປ່າ ໃຫ້ຍືນຍົງ.
ສູນສອງແຫ່ງນີ້ ລວມມີເນື້ອທີ່ທັງໝົດ 26 ເຮັກຕາ ໄດ້ຮັບການສ້າງຕັ້ງຂື້ນໃນປີ 2003 ໂດຍການຮ່ວມມື ລະຫວ່າງ ກອງທຶນປົກປັກຮັກສາໝີ ກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຊຶ່ງມາຮອດປັດຈຸບັນ ແມ່ນຢູ່ໃນໄລຍະທີ 3 ໂດຍກອງທຶນປົກປ້ອງໝີເປັນຜູ້ໃຫ້ທຶນ ດຳເນີນໂຄງການຫຼາຍກວ່າ 1,8 ລ້ານໂດລາສະຫະລັດ.
ສະເພາະກິດຈະກຳທີ່ກໍາລັງປະຕິບັດໃນປັດຈຸບັນປະກອບມີ ໃຫ້ການດູແລ ເບິ່ງແຍງ ແລະ ອະນຸລັກສັດ ຮ່ວມກັບພາກລັດຕອບສະໜອງດ້ານສັດຕະວະແພດ, ການປັບປຸງ ແລະ ກໍ່ສ້າງທີ່ພັກອາໄສຂອງສັດ, ການສ້າງກິດຈະກຳການຮຽນຮູ້ກັບການອະນຸລັກສັດປ່າ ແລະ ສິ່ງແວດລ້ອມ, ການພັດທະນາແຜນປະຕິບັດແຫ່ງຊາດ ເພື່ອປົກປັກຮັກສາໝີໃນປະເທດລາວ.
ຂ່າວ: ແຫຼ້ ສຸລີນພອນ
ພາບ: ສົມພາວັນ

