ສົງ​ຄາມ​ໃນ​ຕາ​ເວັນ​ອອກ​ກາງ ຈະ​ສົ່ງ​ຜົນກະ​ທົບ​ຕໍ່ຄັງສຳຮອງເງິນ​ຕາ​ຕ່າງ​ປະ​ເທດ ແລະ ເງິນ​ເຟີ້ ຂອງ ສ​ປ​ປ​ ລາວ ​ຈະເປັນ​ແນວ​ໃດ?

ສົງ​ຄາມ​ໃນ​ຕາ​ເວັນ​ອອກ​ກາງ ຈະ​ສົ່ງ​ຜົນກະ​ທົບ​ຕໍ່ຄັງສຳຮອງເງິນ​ຕາ​ຕ່າງ​ປະ​ເທດ ແລະ ເງິນ​ເຟີ້ ຂອງ ສ​ປ​ປ​ ລາວ ​ຈະເປັນ​ແນວ​ໃດ?

ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ໃນ​ຕາ​ເວັນ​ອອກ​ກາງ ກຳ​ລັງ​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ທົ່ວ​ໂລກ ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ພະ​ລັງ​ງານ​ເຊື້ອ​ໄຟ ​ຢ່າງ​ໜັກ, ລາ​ຄາ​ແພງ​ຂຶ້ນຢ່າງຕໍ່​ເນຶ່ອງ​ ໃນ​ໄລ​ຍະ​ເວ​ລາ​ສັ້ນ ແລະ ຄາດ​ວ່າ​ຈະ​ມີ​ທ່າງ​ອ່ຽງ​ສືບ​ຕໍ່​ເພີ່ມ​ຂຶ້ນ ຖ້າ​ຫາກ​ການ​ຕໍ່​ສູ້​ຍັງ​ສືບ​ຕໍ່​ຮຸນ​ແຮງ​​.

​​ສະ​ພາບ​ການ​ດັ່ງກ່າວ ສົ່ງ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ​ ເປັນ​ວົງ​ກວ້າງ ຕໍ່​ການ​ດຳ​ລົງ​ຊິ​ວິດ ຂອງ​ ປະ​ຊາ​ຊົນ, ເສດ​ຖະ​ກິດພົບ​ຄວາ​ມ​ຫຍຸ້ງ​ຍາກ, ລາ​ຄາສິນ​ຄ້າແພງ​ຂຶ້ນ, ການ​ບໍ​ລິ​ການຂົນ​ສົ່ງສິນ​ຄ້າຊັກ​ຊ້າ ແລະ ຄວາມ​ຕ້ອງ​ການເງິນ​ຕາຕ່າງ​ປະ​ເທດ​ ໃນ​ການ​ຊຳ​ລະ​ການນຳ​ເຂົ້າ​ນ້ຳ​ມັນ​ມີ​ແນວ​ໂນ້ມ​ເພີ່ມ​ຂຶ້ນ.

ສ​ປ​ປ ລາວ ກໍ່​ບໍ່​ສາ​ມາດຫຼີກ​ລ່ຽງຜົນ​ກະ​ທົບ​ດັ່ງ​ກ່າວ. ສະ​ນັ້ນ ສະ​ພາບເງິນ​ຕາ​ຕ່າງ​ປະ​ເທດ ແລະ ເງິນ​ເຟີ້ ຂອງ ສ​ປ​ປ​ລາວ ຈະມີ​ທ່າ​ອ່ຽງ​ແນວ​ໃດ ໃນ​ເມື່ອ ສະ​ຖາ​ນະ​ການຂອງ​ສົງ​ຄາມຍືດ​ເຍື້ອ, ການ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ ຢູ່ໃນ​ໂລກບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ ບວກ​ກັບ ລາ​ຄາ​ແພງ​ຂຶ້ນ​ຢ່າງ​ຕໍ່​ເນຶ່ອງ?.

ການ​ສະ​ໜອງນຳ​ມັນ​ເຊື້ອ​ໄຟບໍ່​ທັນ​ກັບ​ຄວາມ​ຕ້ອງ​ການ ໄດ້ເຮັດ​ໃຫ້ບັນ​ດາ​ຜູ້​ປະ​ກອບ​ການ​ປ້ຳ​ນ້ຳ​ມັນພາຍ​ໃນປະ​ເທດ ບໍ່​ສາ​ມາດ​ໃຫ້​ການ​ບໍ​ລິ​ການໄດ້​ເຕັມ​ທີ່. ບາງ​ປ້ຳ​ເປີດ​ບໍ​ລິ​ການຕອນ​ເຊົ້າ ແລະ ປິດ​ຕອນ​ສວາຍ ໂດຍ​ໃຫ້​ເຫດຜົນ​ວ່າ​ນ້ຳ​ມັນ​ໝົດ, ບາງ​ປ້ຳຕິດ​ປະ​ກາດ​ແຈ້ງ​ໃຫ້​ລູກ​ຄ້າ​ວ່າ: ນ້ຳ​ມັນ​ກາ​ຊວນ​ໝົດ ຫຼື​ ບາງ​ປ້ຳ​ກໍ່​ແຈ້ງວ່າ: ນ້ຳ​ມັນ​ແອັດ​ຊັ່ງ​ໝົດ. ​ປະ​ກົດ​ການ​ດັ່ງ​ກ່າວ ​ໄດ້ເຮັດ​ໃຫ້​ເກີດລົດ​​ແອ​ອັດ​ຕໍ່​ແຖວ​ຍາວ​ເພື່ອ​ລໍ​ຖ້າ​ຕື່​ມນ້ຳ​ມັນຢູ່​ປ້ຳ. ຄວາມ​ແອ​ອັດ ເຮັດ​ໃຫ້​ການ​ຈາ​ລະ​ຈອນ​ຕິດ​ຂັດໃນ​ບາງ​ຂົງ​ເຂດ ເພາະ​ລົດ​ລໍ​ຖ້າ​ເຂົ້າ​ຕື່ມນ້ຳ​ມັນ​ຢູ່​ປ້ຳ​ ກີດ​ຂວາງ​ຊ່ອງ​ທາງ​ການ​ສັນ​ຈອນ​ຂອງ​ທາງ.

ອິງ​ຕາມບົດ​ລາຍ​ງານ ສະ​ຖິ​ຕິ​ປະ​ຈຳ​ໄຕ​ມາດ4 ປີ 2025 ຂອງ​ທະ​ນາ​ຄານ ແຫ່ງ ສ​ປ​ປ ລາວ, ບົດ​ລາຍ​ງານລະ​ບຸ​ວ່າ: ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ ກຸ້ມ​ການ​ນຳ​ເຂົ້າ​ໄດ້ 6.45 ເດືອນ. ນອກ​ຈາກນັ້ນ ບົດ​ລາຍ​ງານ​ຍັງ​ໄດ້​ຄາດ​ຄະ​ເນ ທ່າ​ອ່ຽງເສດ​ຖະ​ກິດ ໄຕ​ມາດ1 ປີ2026 ວ່າ: ເສດ​ຖະ​ກິດ​ ຂອງ ສ​ປ​ປ ລາວ ຄາດ​ວ່າ​ຈະ​ສືບ​ຕໍ່ຂະ​ຫຍາຍ​ຕົວ​ໃນ​ໄຕ​ມາດ1 ຂອງ ​ປີນີ້ ໃນ​ລະ​ຫວ່າງ 4.2% ຫາ 5.9% ຈະ​ມີ​ທ່າ​ອ່ຽງ​ດີ​ຂຶ້ນ ແຕ່​ໃນຈັ່ງ​ຫວະທີ່​ຊ້າ​ລົງ ເນຶ່ອງ​ມາ​ຈາກ ຄວາມ​ສ່ຽງຂອງ​ສະ​ພາບ​ການໃນ​ໂລກ ເປັນ​ຕົ້ນ​ແມ່ນ​ ຄວາມ​ຂັດ​ແຍ່ງ​ດ້ານ​ການ​ຄ້າ, ການ​ເມືອງ-ການ​ທະ​ຫານ ຂອງ​ຄູ່​ຄ້າ-ຄູ່​ລົງ​ທຶນຫຼັກ, ລາ​ຄາ​ພະ​ລັງ​ງານ​ເພີ່ມ​ຂື້ນ ແລະ ອື່ນໆ… ພ້ອມ​ດຽວ​ກັນ, ອັດ​ຕາ​ເງິນ​ເຟີ້ ​ຂອງ ສ​ປ​ປ ລາວ ໃນ​ໄຕ​ມາດ​ນີ້ ຈະ​ເຄື່ອນ​ໄຫວ ​ຂ້ອນ​ຂ້າງ​ຜັນ​ຜວນ ແລະ ອາດ​ປັບ​ຕົວເພີ່ມ​ຂຶ້ນ ໂດຍ​ສະ​ເພາະ​ໃນ​ເດືອນ​ມີ​ນາ ທີ່​ຄາດ​ວ່າ​ ອັດ​ຕາ​ເງິນ​ເຟີ້ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ໃນ​ລະ​ດັບ 2 ຕົວ​ເລກ ເນຶ່ອງ​ມາ​ຈາກ ຜົນ​ກະ​ທົບ​ ຂອງ​ສົງ​ຄາມ​ ໃນ​ຕາ​ເວັນ​ອອກ​ກາງ ທີ່​ສົ່ງ​ຜົນ​ກະ​ທົບ ​ຕໍ່​ລາ​ຄາ​ນ້ຳ​ມັນ ໃນ​ທົ່ວ​ໂລກ ແລະ ສ​ປ​ປ ລາວໄດ້​ປັບ​ລາ​ຄາ​ຂຶ້ນ​ຢ່າງ​ໄວ​ວາ.

ອັດ​ຕາ​ເງິນ​ເຟີ້ ໃນ​ເດືອນ​ມັງ​ກອນ ປີນີ້ ​ແມ່ນ 5.10% ແລະ ເດືອນ​ກຸມ​ພາ​ ແມ່ນ​ 6.20% ເພີ່ມ​ຂື້ນ 1.20% .

ການ​ແພງ​ຂື້ນ​ຂອງ​ລາ​ຄາ​ນ້ຳ​ມັນ ເຮັດ​ໃຫ້​ຜູ້​​ຜະ​ລິດ, ຜູ້​ສະ​ໜອງ​ສິນ​ຄ້າບໍ​ລິ​ໂພກ ແລະ ຊາວ​ຄ້າ​ຂາຍ ຍ່ອຍ ຕ້ອງ​ໄດ້​ປັບ​ລາ​ຄາ​ສິນ​ຄ້າ​ໄປ​ຕາມໆ​ກັນ.

ເພື່ອຮັບ​ມືກັບ​ສະ​ພາບ​ການ​ທີ່​ຫຍຸ້ງ​ຍາກ ແລະ ​ຫຼຸດ​​ຜົນ​ກະ​ທົບຕໍ່​ເສດ​ຖະ​ກິດ, ຊິ​ວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ ແລະ ພະ​ນັກ​ງານ, ລັດ​ຖະ​ບານ ລາວ​ ໄດ້​ອອກຫຼາຍ​ມາດ​ຕະ​ການ​​ຮຽບ​ຮ້ອຍແລ້ວ. ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ເຫຼ​ົ່​ານັ້ນແມ່ນ ການ​ຜັດປ່​ຽນ​ກັນ​ໄປ​ປະ​ຈຳ​ການ​ຢູ່​ສຳ​ນັກ​ງານ​ຕ່າງໆ ຕາມ​ຄວາມ​ເໝາະ​ສົມ, ສົ່ງ​ເສີມ​ການ​ປະ​ຊຸມ​ທາງ​ໄກ ແທນ​ການ​ເດີນ​ທາງ​ໄປ​ປະ​ຊຸມ​ຢູ່​ຕ່າງ​ແຂວງ, ​ການ​ສົ່ງ​ເສີມການ​ນຳໃຊ້​ພາ​ຫະ​ນະ​ໄຟ​ຟ້າ​ແທນ​ລົດ​ນຳ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ, ການ​ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ ແລະ ສົ່ງ​ເສີມ​ການ​ຜະ​ລິດສິນ​ຄ້າ​ບໍ​ລິ​ໂພກພາຍ​ໃນ ແລະ ອື່ນໆ.

Related Articles

Leave a Reply