ສຽງແຄນລາວໄດ້ຖືກຮອງຮັບຈາກອົງການອຸຍເເນັສໂກ ໃຫ້ເປັນມໍລະດົກໂລກທາງວັດທະນະທໍານາມມະທໍາ

ສຽງແຄນລາວໄດ້ຖືກຮອງຮັບຈາກອົງການອຸຍເເນັສໂກ ໃຫ້ເປັນມໍລະດົກໂລກທາງວັດທະນະທໍານາມມະທໍາ

ອົງການອຸຍເເນັດສໂກໄດ້ຮັບຮອງເອົາສຽງແຄນລາວໃຫ້ເປັນມໍລະດົກໂລກທາງວັດທະນະທໍານາມມະທໍາ ເມື່ອບໍ່ດົນມານີ້, ເພື່ອເປັນການສະເຫຼີມສະຫຼອງສຽງແຄນລາວເປັນມໍລະດົກໂລກດັ່ງກ່າວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດ ການແຂ່ງຂັນສຽງແຄນເຊື້ອຊາດລາວຮຸ່ນສືບທອດຄັ້ງທີ1 ທົ່ວນະຄອນຫຼວງວຽງຈັນຂື້ນຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ສະຫວັນຄອນ ຣາຊມຸນຕີ.

 ຜົນການແຂ່ງຂັນປະກົດວ່າ ທ້າວວິສະນຸ ສະແຫວງຊົນ, ນາງສົມສຸດາ ເທບສຸວັນ ໄດ້ຮັບລາງວັນຊະນະເລີດປະເພດຮຸ່ນ ອາຍຸ 7 ຫາ 14 ປີ ແລະ ທ້າວສຸວັນ ໄຊພົງສີດາ ແລະ ນາງນູ່ນີ່ ຈັນທະວົງໄດ້ຮັບລາງວັນຊະນະເລີດປະເພດຮຸ່ນ ອາຍຸ15 ຫາ 18 ປີ.   ການຈັດງານແຂ່ງຂັນສຽງແຄນດັ່ງກ່າວນອກຈາກເປັນການສະເຫຼີມສະຫຼອງທີ່ສຽງແຄນລາວໄດ້ຖືກຮອງຮັບຈາກອົງການອຸຍເເນັສໂກ ໃຫ້ເປັນມໍລະດົກໂລກທາງວັດທະນະທໍານາມມະທໍາແລ້ວ ຍັງເປັນການປຸກລະດົມໃຫ້ຄົນຮຸ່ນໃໝ່ຮູ້ຈັກປົກປັກຮັກສິລະປະວັດທະນະທໍາແຄນລາວໃຫ້ຄົງຢູ່ກັບຊາດລາວຄົນລາວ, ພ້ອມທັງເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດຂອງພັກທີ່ຈະມາເຖີງເປັນຕົ້ນ: ວັນຊາດທີ 2 ທັນວາຄົບຮອບ 45 ປີ, ວັນຄ້າຍວັນເກີດຂອງປະທານໄກ ສອນພົມວິຫານຄົບຮອບ 100 ປີ ແລະ ວັນສໍາຄັນ ອື່ນໆ.

 ຂ່າວ-ພາບ: ເດດອາລຸນ ແກ້ວວິໄລວົງ

Related Articles

Leave a Reply