ຫົວພັນມີຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ທັງໝົດ 10 ທ່ານເລືອກເອົາ 7 ທ່ານ

ຫົວພັນມີຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ທັງໝົດ 10 ທ່ານເລືອກເອົາ 7 ທ່ານ

ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາກ່ຽວກັບການກະກຽມໃຫ້ແກ່ການດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ຢູ່ແຂວງຫົວພັນ ເມື່ອວັນທີ 4 ກຸມພາ 2020 ທີ່ຜ່ານມາ ຊຶ່ງແຂວງຫົວພັນ ແມ່ນປະຈໍາເຂດເລືອກຕັ້ງທີ 8 ມີຜູ້ສະໜັກເລືອກຕັ້ງທັງໝົດ 10 ທ່ານ ເລືອກເອົາ 7 ທ່ານ ໂດຍປະຊາຊົນມີສິດປ່ອນບັດເລືອກຕັ້ງທັງໝົດ 160.596 ຄົນ (ຍິງ 76.513 ຄົນ) ແລະ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 420 ໜ່ວຍ ໂດຍຈະມີການປ່ອນບັດເລືອກຕັ້ງດັ່ງກ່າວໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ໃນຂອບເຂດທົ່ວປະເທດ.

ເນື່ອງໃນໂອກາດດັ່ງກ່າວທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ໄດ້ກ່າວເນັ້ນໃຫ້ຄະນະຮັບຜິດຊອບການປ່ອນບັດຢູ່ແຕ່ລະບ່ອນຈົ່ງຍົກສູງຄວາມຮັບຜິດຊອບຫຼາຍກວ່າເກົ່າ, ແຕ່ລະພາກສ່ວນໃຫ້ເພີ່ມທະວີການໂຄສະນາ-ສຶກສາອົບຮົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການດັ່ງກ່າວຢ່າງຟົດຟື້ນ, ຮັບປະກັນເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ປະສົບຜົນສໍາເລັດ ເພາະນີ້ແມ່ນເຫດການການເມືອງ ແລະ ມີຄວາມສຳຄັນເປັນຢ່າງຍິ່ງ ເພາະວ່າເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ, ໂດຍສະເພາະແມ່ນການບູລະນະສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນອົງການອຳນາດລັດໜຶ່ງໃນລະບອບການເມືອງຂອງ ສປປ ລາວ ໃຫ້ນັບມື້ມີຄວາມເຂັ້ມແຂງໜັກແໜ້ນ, ດັ່ງນັ້ນ ການຄັດເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າເຂົ້າໃນກົງຈັກຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply