ຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຫລວງນໍ້າທາ ແຈ້ງໃຫ້ຮູ້ວ່າ: ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງຫຼວງນໍ້າທາ ແມ່ນໄດ້ປະຕິບັດຢ່າງເຂັ້ມງວດ ພາຍໃນແຂວງມີສູນກັກກັນລວມທັງໝົດ 19 ຈຸດ, ຈຸດກັ່ນກອງມີທັງໝົດ 24 ຈຸດລະຫວ່າງຊາດ, ລະຫວ່າງແຂວງຕໍ່ແຂວງມີ 3 ຈຸດ, ເມືອງຕໍ່ເມືອງ ມີ 4 ຈຸດ ແລະ ບ້ານຕໍ່ບ້ານມີ 354 ບ້ານ.
ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນໍ້າທາ ຫົວໜ້າຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກ່າວຕໍ່ສື່ມວນຊົນມື້ວານນີ້ວ່າ: ຫຼັງຈາກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ ແລະ ໄດ້ມີການແຈ້ງການຂອງຂັ້ນເທິງມາຍັງແຂວງຫຼວງນໍ້າທາ, ອໍານາດການປົກຄອງແຂວງ ກໍໄດ້ເປັນເອກະພາບກັນກ່ຽວກັບການປ້ອງກັນການແຜ່ລະບາດຂອງພະຍາດນີ້ໂດຍໄດ້ກໍານົດເອົາຈຸດກັ່ນຕອງຄົນ ເຂົ້າ-ອອກ ລວມທັງໝົດ ມີ 19 ຈຸດ ແລະ ໄດ້ປິດເສັ້ນທາງ, ດ່ານປະເພນີ, ຄົນເຂົ້າ-ອອກເມືອງ ແລະ ໄດ້ປິດການສັນຈອນລະຫວ່າງບ້ານຕໍ່ບ້ານ. ນອກນັ້ນໄດ້ສ່ັ່ງໂຈະຄົນເຂົ້າຮ່ວມງານດອງ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ ແລະ ໄດ້ມີການປ້ອງກັນຢ່າງເຂັ້ມງວດ.
ທ່ານ ບຸນຍີ່ ໄດ້ກ່າວຕື່ມວ່າ: ພາຍຫຼັງລັດຖະບານໄດ້ປະກາດໄຊຊະນະ ກ່ຽວກັບການຕ້ານພະຍາດນີ້ໃນວັນທີ 10 ມິຖຸນາ ທີ່ຜ່ານມາແຂວງກໍບໍ່ໄດ້ລະເຫຼີງມາດຕະການປ້ອງກັນເຊິ່ງໄດ້ສືບຕໍ່ປະຕິບັດຕາມມາດຕະການຕາມການແຈ້ງການຂອງນາຍົກລັດຖະມົນຕີ ແລະ ຕາມການແຈ້ງການຂອງກະຊວງການຕ່າງປະເທດຢ່າງເຂັ້ມງວດ ແລະ ຍັງມີການປິດຮ້ານບັນເທີງ, ຫ້າມຈັດກິດຈະກໍາຮ້ານບັນເທີງ ແລະ ກິດຈະກໍາຊຸມນຸມຢ່າງເຂັ້ມງວດ. ນອກນັ້ນຍັງສືບຕໍ່ປິດດ່ານປະເພດດ່ານປະເພນີ, ດ່ານທ້ອງຖິ່ນ ສໍາລັບບຸກຄົນທົ່ວໄປ, ອະນຸຍາດໃຫ້ສະເພາະແຕ່ລົດຂົນສົ່ງສິນຄ້າເທົ່ານັ້ນທີ່ສາມາດເຂົ້າ-ອອກດ່ານ ໄດ້.
ຂ່າວ-ພາບ: ເພັດໂພໄຊ

