ຫຼາຍກວ່າ 150 ໂຄງການຂະແໜງກະສິກຳ ແລະ ສິ່ງແວດລ້ອມທີ່ໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ

ຫຼາຍກວ່າ 150 ໂຄງການຂະແໜງກະສິກຳ ແລະ ສິ່ງແວດລ້ອມທີ່ໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ

ນັບແຕ່ ປີ 1990, ສູນຄົ້ນຄວ້າກະສິກຳສາກົນ ຂອງປະເທດ ອົດສະຕຣາລີ (ACIAR) ໄດ້ສະໜັບສະໜູນງົບປະມານ ແລະ ຊ່ຽວຊານ ໃຫ້ແກ່ ໂຄງການຄົ້ນຄວ້າ ຢູ່ ສປປ ລາວ ຫຼາຍກວ່າ 150 ໂຄງການ, ມູນຄ່າ ຫຼາຍກວ່າ 96 ລ້ານ ໂດລາອົດສະຕຣາລີ ໂດຍສະເພາະ ໃນຂະແໜງກະສິກຳ, ປ່າໄມ້, ການປະມົງ, ຊັບພະຍາກອນນ້ຳ, ດິນ, ທຸລະກິດກະສິກຳ, ນະໂຍບາຍ ແລະ ການພັດທະນາຄວາມອາດສາມາດຂອງບຸກຄະລາກອນ ແລະ ອື່ນໆ.

ໃນວັນທີ 6 ມີນາ 2026 ທີ່ຫ້ອງຮັບແຂກ ກະຊວງກະສິກຳແລະສິ່ງແວດລ້ອມ(ກສ) ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟີໂອນາ ຊີມຊັນ ປະທານຄະນະບໍລິຫານ ສູນຄົ້ນຄວ້າກະສິກຳສາກົນ ຂອງປະເທດອົດສະຕຣາລີ (ACIAR ພ້ອມດ້ວຍຄະນະ ເພື່ອເປັນການຮັດແໜ້ນການພົວພັນຮ່ວມມືຕະລອດໄລຍະ 35 ປີ ລະຫວ່າງ ລາວ-ອົດສະຕຣາລີ, ອົດສະຕຣາລີ-ລາວ ໂດຍສະເພາະ ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ກໍ່ຄື: ດ້ານການຄົ້ນຄວ້າ ຂອງສູນຄົ້ນຄວ້າກະສິກຳສາກົນ ຂອງປະເທດ ອົດສະຕຣາລີ (ACIAR) ຢູ່ ສປປ ລາວ ເຊິ່ງຖືເປັນງານໜຶ່ງ ທີ່ມີຄວາມໝາຍ ແລະ ຄວາມສຳຄັນ ຂອງການຮ່ວມມືທາງດ້ານກະສິກຳ ແລະ ສິ່ງແວດລ້ອມ ລະຫວ່າງ ສປປ ລາວ ແລະ ປະເທດອົດສະຕຣາລີ ໂດຍຜ່ານສູນ ACIAR ປະຈຳ ສປປ ລາວ ຕະຫຼອດໄລຍະຜ່ານມາ. ມີຜົນສຳເລັດ ທີ່ເປັນຮູບປະທຳຢ່າງຈະແຈ້ງ.

ທີ່ມາ: ປະຊາຊົນ

Related Articles

Leave a Reply