ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມທີ່ ເມືອງຈໍາພອນ ແຂວງສະຫວັນນະເຂດຕ້ອງການໃຫ້ລັດຖະບານຊ່ວຍເຂົ້າກິນໃນໄລຍະກຸ້ມກິນ 5 ເດືອນຕໍ່ໜ້າ , ຢາປົວພະຍາດຄົນ ແລະ ສັດ , ແນວພັນເຂົ້າຜະລິດນາແຊງ 200 ໂຕນ ຊຶ່ງລວມມີ 2.042 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.
ເຈົ້າເມືອງຈຳພອນ ທ່ານ ຄຳລຸຍ ຍາດຕິວົງ ໄດ້ລາຍງານຄວາມເສຍຫາຍຈາກສະພາບນໍ້າຖ້ວມ ຂອງເມືອງຈໍາພອນ ຕໍ່ກຳມະການກົມການເມືອງສູນກາງພັກ, ຮອງນາຍຍົກລັດຖະມົນຕີ ທ່ານ ປອ ສອນໄຊ ສີພັນດອນ ເນື່ອງໃນໂອກາດທີ່ຢ້ຽມຢາມ ແລະ ມອບເຄື່ອງໃຫ້ເມືອງຈຳພອນ ເມື່ອບໍ່ດົົນມານີ້ວ່າ: ເມືອງຈໍາພອນມີບ້ານທີ່ຖືກນ້ຳຖ້ວມທັງໝົດ 18 ບ້ານ, ມີ 2.042 ຄອບຄົວ , ມີ 10.049 ຄົນ ໃນນີ້ຍົກຍ້າຍປະຊາຊົນ 1.212 ຄອບຄົວມີ 6.150 ຄົນ, ເນື້ອທີ່ຜະລິດເຂົ້ານາປີຖືກຖ້ວມ 6.920 ເຮັກຕາ ທຽບກັບເນື້ອທີ່ປັກດຳນາປີໃນທົ່ວເມືອງກວມ 60 ບ້ານ ເນື້ອທີ່ເສຍຫາຍ 4.694 ເຮັກຕາ, ເນື້ອທີ່ປູກພືດຖືກຖ້ວມ 123 ເຮັກຕາ ເສຍຫາຍ 13 ເຮັກຕາ,ລະບົບຊົນລະປະທານຖືກຖ້ວມ 23 ໂຄງການ ແລະ ອ່າງເກັບນ້ຳ 2 ແຫ່ງ, ຄອງຊົນລະ ປະທານ 10 ໂຄງການ, ປະຕູນ້ຳ 3 ແຫ່ງ ,ໜອງປາ 218 ໜອງ ກໍຖືກນ້ຳຖ້ວມ.
ທ່ານ ຄຳລຸຍ ໄດ້ສະເໜີລັດຖະບານ ໂດຍຜ່ານ ທ່ານ ປອ ສອນໄຊ ສີພັນດອນວ່າ: ສິ່ງທີ່ຕ້ອງການການຊ່ວຍເຫຼືອມີເຂົ້າກິນໃນໄລຍະກຸ້ມ 5 ເດືອນຕໍ່ໜ້າ , ຢາປົວພະຍາດຄົນ ແລະ ສັດ , ແນວພັນເຂົ້າຜະລິດນາແຊງ 200 ໂຕນ, ແນວພັນພືດ ປູດທົດແທນບ່ອນເຮັດນາແຊງບໍ່ໄດ້ , ກະສອບ ສ້ອມແປງທາງ , ຄູກັນນ້ຳແລະ ປ້ານຝາຍກັກເກັບນ້ຳຜະລິດລະດູແລ້ງ, ນອກນັ້ນສະເໜີຂັ້ນເທິງພິຈາລະນາແຜນງົບປະມານສ້າງທາງປູຢາງແຕ່ຫລັກ 35 ຫາແກ້ງກອກ 19 ກິໂລແມັດ ແລະ ອື່ນໆ.
ເນື່ອງໃນໂອກາດດັ່ງກ່າວ ຮອງນາຍຍົກລັດຖະມົນຕີ ທ່ານ ປອ ສອນໄຊ ສີພັນດອນ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມປະກອບມີເຂົ້າສານ, ນ້ຳດື່ມ, ໝໍ້ຕົ້ມນ້ຳ , ເຄື່ອງໃຊ້ຄົວເຮືອນ ລວມມູນຄ່າ 207 ລ້ານກວ່າກີບ ແລະ ເງີນສົດຈຳນວນ 50 ລ້ານກີບ.
ຂ່າວ-ພາບ: ສິນ

