ຫຼາຍບັນຫາຍັງຕ້ອງການແກ້ໄຂໃນການສົ່ງອອກສິນຄ້າ

ຫຼາຍບັນຫາຍັງຕ້ອງການແກ້ໄຂໃນການສົ່ງອອກສິນຄ້າ

ການສົ່ງອອກສິນຄ້າ ຍັງມີຫຼາຍບັນຫາ, ໂດຍສະເພາະການສົ່ງອອກສິນຄ້າຂອດສຸດທ້າຍກໍແມ່ນພາສີຢູ່ດ່ານ ຊື່ງກ່ອນຈະຮອດດ່ານພາສີ ກໍຍັງມີຫຼາຍຂັ້ນຕອນ ແລະ ມັນກໍໄດ້ພົວພັນກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ຊຶ່ງຈະຕ້ອງໄດ້ຮ່ວມມືກັນແກ້ໄຂ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຕໍ່ບັນຫາດັ່ງກ່າວ,ໃນວັນທີ 25 ມິຖຸນາ 2020 ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII, ພາຍໃຕ້ ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ເຂົ້າຮ່ວມ ຂອງທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ສົມດີ ດວງດີ ໄດ້ໃຫ້ຄຳຊີ້ແຈງວ່າ: ສຳລັບຂະແໜງພາສີພວກເຮົາຈະພະຍາຍາມເຮັດທຸກຢ່າງ ເພື່ອອຳນວຍຄວາມສະດວກ ໂດຍສະເພາະແມ່ນຜູ້ປະກອບການທີ່ມີເອກະສານຄົບຖ້ວນຕາມລະບຽບການ ແລະ ຕາມກົດໝາຍທີ່ ກຳນົດ ຊຶ່ງພວກເຮົາແມ່ນໄດ້ແຈ້ງລະອຽດໝົດແລ້ວ ກ່ອນຈະສົ່ງອອກຕ້ອງມີເອກະສານຄົບຖ້ວນ.

ສະນັ້ນຜູ້ປະກອບການ ຕ້ອງມີເອກະສານຄົບຖ້ວນຕາມທີ່ກຳນົດ ຈະເຮັດໃຫ້ການສົ່ງອອກບໍ່ມີບັນຫາ ແລະ ບໍ່ໄດ້ໃຊ້ເວລາດົນຢູ່ໃນດ່ານພາສີ, ແຕ່ວ່າບາງອັນທີ່ຍັງຊັກຊ້າ ກໍຍ້ອນວ່າຢູ່ໃນດ່ານຍັງມີຫຼາຍພາກສ່ວນ ຕົວຢ່າງວ່າ ຖ້າເປັນສິນຄ້າກະສິກຳ ກໍຈະມີພາກສ່ວນກະສິກຳ ເຂົ້າມາກ່ຽວຂ້ອງ ແລະ ບັນຫາຈຳນວນໜຶ່ງ ພວກເຮົາຈະໄດ້ນຳເອົາໄປປຶກສາຫາລືກັນ ເພື່ອນຳໄປແກ້ໄຂ ເພື່ອເຮັດໃຫ້ຜູ້ປະກອບການມີຄວາມສະດວກ ແລະ ວ່ອງໄວຂຶ້ນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply