ຫຼາຍວຽກງານສໍາຄັນຂອງຊາດ ຈະຖຶກຍົກມາພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X

ຫຼາຍວຽກງານສໍາຄັນຂອງຊາດ ຈະຖຶກຍົກມາພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 23-27 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 5 ວັນ ວ່າ:

ກອງປະຊຸມຄັ້ງປະຖົມມະລືກ ຄັ້ງນີ້ ຈະພິຈາລະນາ, ຮັບຮອງຫຼາຍວຽກງານສໍາຄັນບົນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ: ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X.

ພິຈາລະນາ ແລະ ຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງອົງການລັດ ເປັນຕົ້ນ:

ພິຈາລະນາ, ຮັບຮອງເອົາກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ມີດັ່ງນີ້: ເລືອກຕັ້ງເອົາປະທານສະພາແຫ່ງຊາດ ຊຸດທີ X ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX; ເລືອກຕັ້ງເອົາບັນດາຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງປະທານສະພາແຫ່ງຊາດ ຊຸດທີ X; ພິຈາລະນາ, ຮັບຮອງເອົາກົງຈັກຂອງສະພາແຫ່ງ ຊາດ ຊຸດທີ X ແລະ ການແຕ່ງຕັ້ງບັນດາປະທານກໍາມາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຕາມການສະ ເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ X.

​ເລືອກຕັ້ງເອົາປະທານປະເທດ ແລະ ຮອງປະ ທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ X. ພິຈາລະນາ, ຮັບຮອງເອົາບຸກຄະລາກອນ ແລະ ໂຄງປະກອບກົງຈັກຂອງລັດຖະບານ ມີດັ່ງນີ້: ເລືອກຕັ້ງເອົານາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ; ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ.

​ເລືອກຕັ້ງເອົາປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ແລະ ສະພາແຫ່ງຊາດ ແລະ ວຽກງານສໍາຄັນ ອື່ນໆອີກ ຂອງປະເທດຊາດ.

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໂດຍຜ່ານໂທລະສັບ ສາຍດ່ວນ: 156 ໃນໂມງລັດຖະການ, ອີເມວ: nalao.156@gmail.com  ແລະ App: Laona.

Related Articles

Leave a Reply