ຫຼາຍແຂວງນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນ ຍ້ອນພະຍຸດີເປຣຊັ້ນ

ຫຼາຍແຂວງນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນ ຍ້ອນພະຍຸດີເປຣຊັ້ນ

ນັບແຕ່ວັນທີ 2 ຫາວັນທີ 3 ສິງຫາ 2020, ຫຼາຍແຂວງໃນຂອບເຂດທົ່ວປະເທດເກີດ ນ້ຳຖ້ວມຊູ,  ຖ້ວມອັ່ງ ແລະ ດິນເຈື່ອນຍ້ອນພະຍຸ ດີເປຣຊັ້ນ ທີ່ເລີ່ມກໍ່ໂຕເຂົ້າມາປະເທດລາວນັບແຕ່ວັນທີ 31 ກໍລະກົດ ໂດຍມີຝົນຕົກລະດັບຄ່ອຍຫາປານກາງນັບແຕ່ວັນທີ 31 ກໍລະກົດ ຫາ ວັນທີ 1 ສິງຫາ ແລະ ເລີ່ມຕົກປານກາງຫາໝັກນັບແຕ່ວັນທີ 2 ສິງຫາເປັນຕົ້ນມາເຮັດໃຫ້ຫຼາຍເຂດໃນ ທົ່ວປະເທດໄດ້ຮັບຜົນກະທົບ.
ຕາມການແຈ້ງການເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດທີ່ໄດ້ແຈ້ງເມື່ອບໍ່ດົນມານີ້ວ່າ: ເຂດທີ່ໃຫ້ລະວັງເກີດນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນແມ່ນຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບຸນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງຈັນ.
ຮອດປັດຈຸບັນນີ້ມີຫຼາຍແຂວງຖືກນໍ້າຖວ້ມແລ້ວໂດຍສະເພາະຢູ່ເມືອງບໍ່ແຕນ ແລະ ເມືອງເງິນ ແຂວງໄຊຍະບູລີ, ນອກນັ້ນຍັງເກີດນໍ້າຊຸທາງຂາດຢູ່ ບາງເມືອງ ຂອງ ແຂວງສະວັນນະເຂດ, ສ່ວນນະຄອນຫລວງວຽງຈັນກໍມີຫຼາຍເສັ້ນທາງທີ່ນໍ້າຖ້ວມອັ່ງເຮັດໃຫ້ຫຍຸ້ງຍາກໃນການສັນຈອນ.

ຂ່າວ: ວຽງຈັນທາຍ
ພາບ: ອິນແປງ ແຫວນຄໍາ

Related Articles

Leave a Reply