ສະພາແຫ່ງຊາດ ແຈ້ງໃຫ້ຮູ້ວ່າ: ບາງທ້ອງຖິ່ນ ແລະ ບາງຂະແໜງການ ຍັງສືບຕໍ່ອອກອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບແຮ່ທາດ ເຊີ່ງ ເປັນການລະເມີດຄໍາສັັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 02 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງກິດຈະການ ແຮ່ທາດ ໃນ ສປປ ລາວ ເຊັັ່ນ: ກິດຈະການຂຸດຄົ້ນ ຫີນແຮ່-ຊາຍ ແລະ ແຮ່ຕິດພັນ ຢູ່ແຂວງວຽງຈັນ, ການຂຸດຄົ້ນຄໍາຕົກຂ້ອນ ຢູ່ແຂວງອັດຕະປື, ນອກນັ້ນບາງໂຄງການອອກອະນຸຍາດໃຫ້ຜູ້ສໍາປະທານຄົນລາວ ແຕ່ພັດເອົາໃບອະນຸຍາດຂອງຕົນໃຫ້ ຕ່າງປະເທດດໍາເນີນການແທນ.
ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ສະເໜີຕໍ່ສະມາຊິກສະພາແຫ່ງຊາດ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບເລື່ອງດັ່ງກ່າວວ່າ: ຜ່ານການຕິດຕາມກວດກາ ເຫັນວ່າ ກົນໄກການຄຸ້ມຄອງຕິດຕາມ ກວດກາ ການຊອກຄົ້ນ ສໍາຫລວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ຫິນຜາ, ຫິນແຮ່, ຊາຍ, ດິນດໍາ ແລະ ດິນແດງ ຂອງຂະແໜງການກ່ຽວຂ້ອງ ຍັງເຮັດບໍ່ທັນໄດ້ດີ, ອອກອະນຸຍາດໃຫ້ແລ້ວບາງໂຄງການກໍປ່ອຍປະລະເລີຍ ບໍ່ທັນເປັນເຈົ້າການຕິດຕາມກວດກາ ຢ່າງໃກ້ຊິດ, ຜ່ານການຕິດຕາມກວດກາ ຍັງເຫັນການອະນຸຍາດໃຫ້ຜູ້ສໍາປະທານຄົນລາວ ແຕ່ເອົາໃບອະນຸຍາດຂອງຕົນ ໃຫ້ ຕ່າງປະເທດດໍາເນີນການແທນ ເຊັັ່ນ: ການຂຸດຄົ້ນຫິນຜາ ຢູ່ນະຄອນຫລວງວຽງຈັນ, ການຂຸດຄົ້ນຟູອໍລາຍ ຢູ່ແຂວງ ໄຊຍະບູລີ, ປະໃຫ້ມີການຈັບຈອງເນື້ອທີ່ໂດຍບໍ່ມີການພັດທະນາ ເຊັັ່ນ: ໂຄງການ ຊອກຄົ້ນ ສໍາຫລວດແຮ່ເຫຼັກ, ແຮ່ຄໍາ ຢູ່ແຂວງຫລວງພະບາງ ແລະ ອັດຕະປື, ການຊອກຄົ້ນ-ປຸງແຕ່ງແຮ່-ຫິນ ອຸດສາຫະກໍາ ຢູ່ແຂວງໄຊສົມບູນ, ການຊອກຄົ້ນ ສໍາຫຼວດ ແລະ ຂຸດຄົ້ນປຸງແຕ່ງຖ່ານຫິນ ຢູ່ແຂວງເຊກອງ, ໄດ້ຮັບອະນຸຍາດໃຫ້ຊອກຄົ້ນ ສໍາຫຼວດແຮ່ເຫຼັກ, ແຮ່ກົ່ວ ແຕ່ມີການຂຸດຄົ້ນໄປພ້ອມ ຢູ່ແຂວງຄໍາມ່ວນ, ອະນຸຍາດໃຫ້ຂຸດຄົ້ນຫິນແຮ່-ຊາຍ ແຕ່ດໍາເນີນ ການຂຸດຄົົ້ນແຮ່ຄໍາ ຢູ່ແຂວງວຽງຈັນ.
ທ່ານ ບຸນປອນໄດ້ກ່າວຕື່ມວ່າ: ນອກນັ້ນ, ການກວດກາກວດນັບບໍລິມາດການຂຸດຄົ້ນຫິນຜາ, ຫິນແຮ່, ຊາຍ, ດິນດໍາ ແລະ ດິນແດງ ຍັງບໍ່ທັນລົງປະຕິບັດຕົວຈິງ, ສ່ວນຫຼາຍແມ່ນຢັັ້ງຢືນເອົາຕາມ ທີ່ຜູຸ້ປະກອບການລາຍງານ ເຊິ່ງເຮັດໃຫ້ລັດເສຍຜົນປະໂຫຍດບໍ່ໜ້ອຍ, ປ່ອຍໃຫ້ມີການຂຸດຄົ້ນຫິນແຮ່, ຊາຍ, ດິນດໍາ ແລະ ດິນແດງ ຫລາຍເກີນໄປ ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ສິ່ງແວດລ້ອມ, ເປັນສາເຫດໃຫ້ເກີດບວກໜອງທີ່ກວ້າງໃຫຍ່, ເກີດມີການເຊາະເຈື່ອນຕາມແຄມຕາຝັັ່ງ, ການປ່ຽນແປງຂອງແລວນໍ້າ ເຊັັ່ນ: ຢູ່ ນໍ້າງື່ມ, ນໍ້າຂອງ ຢູ່ແຂວງ ບໍ່ແກ້ວ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.
ຂ່າວ: ວຽງຈັນທາຍ

