ພະແນກ ປກສ ເມືອງວຽງພູຄາ ແຂວງຫລວງນໍ້າທາ ແຈ້ງໃຫ້ຮູ້ວ່າ: ໄດ້ເກີດເຫດຫົຼງຍິງໝູ່ເສຍຊີວິດຄາທີ່ຍ້ອນຄິດວ່າແມ່ນໝູປ່າ ເມື່ອບໍ່ດົນມານີ້ ຢູ່ເຂດພູກະລັງ ເມືອງວຽງພູຄາ ແຂວງຫລວງນໍ້າທາ, ຊຶ່ງຜູ້ກໍ່ເຫດຊື່ທ້າວ ຊຽງຄໍາດີ ແລະ ຜູ້ເສຍຊີວິດ ຊື່ ທ້າວ ຖາວອນ, ທັງສອງເປັນປະຊາຊົນບ້ານທ່ຽວ ເມືອງວຽງພູຄາ ແລະ ເປັນໝູ່ດຽວກັນຊຶ່ງໄດ້ຊວນກັນອອກໄປລ່າເນື້ອນໍາກັນໂດຍມີອາວຸດເປັນປືນແກັບ.
ທ້າວຊຽງຄໍາດີ ໄດ້ຮັບສາລະພາບວ່າ: ລາວໄດ້ຍິງທ້າວຖາວອນແທ້ຍ້ອນຄິດວ່າແມ່ນໝູປ່າ, ກ່ອນໜ້າທີ່ຈະຍິງໄດ້ສັງເກດເຫັນເງົາຢູ່ຂອນໄມ້ຫ່າງ ຈາກລາວປະມານ 15 ແມັດ ຊຶ່ງມີລັກສະນະຄ້າຍຄືໝູປ່າຈຶ່ງໄດ້ຍົກປືນຂຶ້ນຍິງໃສ່ 1 ນັດ ຫຼັງຈາກຍິງແລ້ວຈຶ່ງໄດ້ໄປກວດກາເບີ່ງ ແລະ ເຫັນທ້າວຖາວອນເສຍຊີວິດຄາທີ່ຍ້ອນຖືກລູກປືນຍິງເຂົ້າຂະໝັບເບື້ອງຊ້າຍຈົນຊອດອອກເທິງຫົວ.
ກ່ອນທີ່ຈະເກີດເຫດຫຼົງຍິງກັນໃນຄັ້ງນີ້, ທັງສອງຄົນຍິງຟານໄດ້ 1 ໂຕ, ໝູປ່າ 3 ໂຕ ແລະ ກະຮອກ 2 ໂຕແລ້ວ ແລະ ໄດ້ມີການປຶກສາຫາລືກັນເພື່ອຈະກັບບ້ານເລີຍຫຼືບໍ່, ແຕ່ຍ້ອນວ່າທ້າວຖາວອນໄດ້ເຫັນຮອຍຕີນໝູປ່າຈໍານວນຫຼາຍ ຈຶ່ງຕ້ອງການເລາະຍິງເອົາເພີ່ມ ແລະ ທັງສອງກໍ່ໄດ້ແຍກກັນເພື່ອເລາະຍິງໝູປ່າຈຶ່ງໄດ້ເກີດເຫດດັ່ງກ່າວ.
ປັດຈຸບັນນີ້, ປກສ ເມືອງພຽງພູຄາ ໄດ້ກັກຕົວທ້າວ ຊຽງຄໍາດີ ເພື່ອດໍາເນີນຄະດີຕາມກົດໜາຍ, ສ່ວນສົບຂອງທ້າວຖາວອນແມ່ນໄດ້ເຮັດພິທີທາງສາສະໜາເປັນທີ່ຮຽບຮ້ອຍແລ້ວ.
ຂໍ້ມູນ: ປກສ ເມືອງວຽງພູຄາ
ພາບປະກອບ: Quora

