ຫຼໍ່ພຣະພຸດທະຮູບ 6 ອົງ ເພື່ອປະດິດສະຖານໄວ້ວັດປ່ານາຄູນນ້ອຍ

ຫຼໍ່ພຣະພຸດທະຮູບ 6 ອົງ ເພື່ອປະດິດສະຖານໄວ້ວັດປ່ານາຄູນນ້ອຍ

ສຳນັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເທທອງຫຼໍ່ພຣະພຸດທະຮູບ 6 ອົງ ໃນມື້ວານນີ້ ເພື່ອປະດິດສະຖານໄວ້ວັດປ່ານາຄູນນ້ອຍ ນຳໂດຍ ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ.

ໂອກາດນີ້, ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ເຈົ້າອະທິການວັດປ່ານາຄູນນ້ອຍ ໄດ້ໃຫ້ຮູ້ວ່າ: ພຣະພຸດທະຮູບ 6 ອົງ ທີ່ຫຼໍ່ໃນຄັ້ງນີ້, ມີພຣະພຸດທະຮູບ ປາງສໍາມະທິ ແລະ ປາງຊະນະມານ, ພາຍຫຼັງຫຼໍ່ສຳເລັດ ຈະໄດ້ສືບຕໍ່ຈັດພິທີກຳທາງພຸດທະສາສະໜາ ກໍຄື ສູດສົມໂພດພຣະ, ຫຼັງຈາກນັ້ນ, ຈະນໍາໄປປະດີດສະຖານໄວ້ປະຕູໂຂງເຂົ້າວັດປ່ານາຄູນນ້ອຍ ເພື່ອເປັນສິລິມຸງຄຸນ, ປະຕິບັດຕາມຮິດຄອງປະເພນີລາວ.

ການຫຼໍ່ພຣະພຸດທະຮູບ ເປັນພິທີກຳ ແລະ ປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ໄດ້ປະຕິບັດກັນມາແຕ່ດົນນານ ເພື່ອໃຫ້ລູກຫຼານຊາວພຸດ ທີ່ມີຈິດໃຈເຫຼື່ອມໃສສັດທາ ໄດ້ມາກາບໄຫວ້ສັກກະລະບູຊາ ເພື່ອເປັນບຸນເປັນກຸສົນ, ຍຶດໜ່ຽວຈິດໃຈ ໃຫ້ຢູ່ໃນຄວາມສະຫງົບ, ໂປ່ງໃສ, ມີສິນ, ມີທຳ, ຄິດດີ, ທຳດີ, ປະຕິບັດແຕ່ສິ່ງດີໆ.

ສຳລັບ ຕອນເຊົ້າວັນທີ 15 ມີນາ 2026 ນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຍັງໄດ້ຮ່ວມໃສ່ບາດ ຖວາຍສັງຄະທານ ແດ່ພຣະສົງ 80 ອົງ ເພື່ອອຸທິດສ່ວນບຸນ, ສ່ວນກຸສົນ ເຖິງດວງວິນຍານຂອງບັນພະບູລຸດ, ໃຫ້ສຳພະເວສີ (ຜີເຜດ) ຫຼື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນ ແລະ ອື່ນໆ.

ທີ່ມາຂໍ້ມູນຂ່າວ: ທະນູທອງ

 

 

 

Related Articles

Leave a Reply