ມື້ວານນີ້, ວັນທີ 8 ມິຖຸນາ 2020, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນໄດ້ມອບອຸປະກອນການແພດໃຫ້ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ອຸປະກອນການແພດດັ່ງກ່າວປະກອບມີ ຜ້າອັດປາກ-ອັດດັງ 1.180 ກັບ (ມີ 59.000 ອັນ) ແລະ ເຄື່ອງວັດແທກອຸນຫະພູມ 50 ອັນ ເພື່ອໃຫ້ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄປມອບຕໍ່ໃຫ້ຫ້ອງການສຶກສາທິການ ແລະ ກີລາ 9 ຕົວເມືອງໃນນະຄອນຫລວງວຽງຈັນ ຫຼັງຈາກນັ້ນຈະນຳໄປແຈກຢາຍຕໍ່ໃຫ້ກັບບັນດາໂຮງຮຽນເປົ້າໝາຍໃນນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຕ້ານພະຍາດ ໂຄວິດ (COVID-19).
ອຸປະກອນການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກບັນດາບຸກຄົນ ນິຕິບຸກຄົນ ແລະ ຫົວໜ່ວຍທຸລະກິດ ທີ່ໄດ້ມາມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນໃນໄລຍະທີ່ຜ່ານມາ.
ຕາງໜ້າມອບ-ຮັບເຄື່ອງດັ່ງກ່າວ ໂດຍທ່ານສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຕາງໜ້າຮັບໂດຍທ່ານ ສົມພອນ ສອນດາລາ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນທາຍ

