ອີງຕາມມາດຕາທີ 51 ກ່ຽວກັບໂທດປະຫານຊີວິດ ຂອງໝວດທີ 5 ນີ້ລະບຸໄວ້ວ່າ: ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການລົງໂທດທີ່ລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາທີ່ກໍາກົດການກະທໍາຜິດທາງອາຍາ ແລະ ໂທດ. ການປະຫານຊີວິດຢູ່ ສປປ ລາວ ແມ່ນໃຫ້ປະຕິບັດດ້ວຍການຍິງເປົ້າ.
ໃນໂທດປະຫານຊີວິດນີ້ຕາມປະມວນກົດໝາຍ ຍັງມີຂໍ້ຍົກເວັ້ນປະຫານຊີວິດຜູ້ກະທໍາຜິດ ເຊັ່ນ: ບຸກຄົນທີ່ກະທໍາຜິດທີ່ມີອາຍຸຕໍ່າກວ່າ 18 ປີ, ຜູ້ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸຕໍ່າກວ່າ 3 ປີລົງມາ, ຜູ້ທີ່ມີອາຍຸເກີນ 60 ປີຂຶ້ນໄປ ແລະ ຜູ້ພິການທາງສະໝອງໃນເວລາກະທໍາຜິດ ຫຼື ໃນເວລາຕັດສີນ ຫຼື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດແທນ ການປະຫານຊີວິດ.
ໂທດແມ່ນມາດຕະການບັງຄັບຂອງລັດທີ່ກໍານົດໄວ້ໃນກົດໝາຍອາຍາ, ນໍາໃຊ້ເພື່ອກໍາຈັດສິດ, ຕັດສິນ ແລະ ຜົນປະໂຫຍດຂອງຜູ້ກະທໍາຜິດ.
ຂໍ້ມູນ: ກົດໝາຍລາວ

