ທ່ານ ບົວສອນ ບຸບຜາວັນ ອະດີດກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງສປປ ລາວ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງຮັບໃຊ້ຫ້ອງການ ແລະ ອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ແຂວງໄຊສົມບູນ ຊຶ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຄອມພິວເຕີ 6 ຊຸດ, ປຣິນເຕີ 2 ເຄື່ອງ, ເຈວລ້າງມື, ຜ້າປິດປາກ ແລະ ອື່ນໆ ເນື່ອງໃນໂອກາດທີ່ທ່ານ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ເມື່ອວັນທີ 16 ມີນາ 2021 ຜ່ານມານີ້.
ເຄື່ອງຈຳນວນດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນ ຈາກບໍລິສັດວຽງຄຳ ຮັກສາຄວາມປອດໄພ, ກຸ່ມບໍລິສັດບົວທິບລາວ, ບໍລິສັດ LGE ທີ່ປຶກສາ ແລະ ບໍລິສັດນໍ້າເພັດ ຈະເລີນເຊີນຊັບ, ລວມມູນຄ່າທັງໝົດ 100 ລ້ານກວ່າກີບ.
ໃນໂອກາດທີ່ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ທ່ານ ບົວສອນ ບຸບຜາວັນ ໄດ້ໂອ້ລົມ ແລະ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ການສ້າງສາພັດທະນາ ແຂວງໄຊສົມບູນ ພ້ອມນີ້ ຍັງໄດ້ປຸກລະດົມ ແລະ ໃຫ້ກຳລັງໃຈໃຫ້ແກ່ຄະນະພັກ, ອົງການປົກຄອງແຂວງ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນການປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວິຊາສະເພາະ ຕາມໜ້າທີ່ການເມືອງຂອງຕົນ ຢ່າງສຸດຄວາມສາມາດ ເພື່ອພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ ກໍຄືແຜນພັດທະນາຂອງລັດວາງອອກໃນແຕ່ລະໄລຍະ ເພື່ອເຮັດໃຫ້ແຂວງໄຊສົມບູນ ໄດ້ຮັບການພັດທະນາ ແລະ ມີຄວາມຈະເລີນທຽບທັນກັບບັນດາແຂວງໃນທົ່ວປະເທດ.
ຂ່າວ-ພາບ: ພຸດທະສອນ ເວດສະວົງ

