ອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດໄດ້ມອບໃຫ້ອໍານາດການປົກຄອງແຂວງອັດຕະປື  ເປັນຜູ້ດູແລຮັກສາ

ອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດໄດ້ມອບໃຫ້ອໍານາດການປົກຄອງແຂວງອັດຕະປື ເປັນຜູ້ດູແລຮັກສາ

ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ຊຶ່ງເປັນບໍ ລິສັດທີ່ສະໜັບສະໜູນໂຄງການຫລໍ່ຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ ແລະ ກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດ ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໃຫ້ ອໍານາດການປົກຄອງແຂວງອັດຕະປືໃນມື້ວັນທີ 24 ມັງກອນ 2021 ນີ້ ເນື່ອງໃນໂອກາດງານສົມໂພດອະນຸສາວະລີດັ່ງກ່າວ ຊຶ່ງກ່າວມອບໂດຍ ທ່ານ ປະທານບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວ, ຜູ້ໃຫ້ທຶນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ໃນພິທີມອບຮັບ ທ່ານຈູມມະລີ ໄຊຍະສອນ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ ແລະ ການນໍາໄດ້ຕັດແຖບຜ້າ ເປີດພິທີມອບຮັບອະນຸສາວະລີດັ່ງກ່າວ.

ໂຄງການກໍ່ສ້າງດັ່ງກ່າວແມ່ນໃຊ້ເວລາໃນການກໍ່ສ້າງ 2 ປີເຄິ່ງ ຫຼື ນັບແຕ່ກາງປີ 2018 ທີ່ຜ່ານມາ, ມີມູນຄ່າການກໍ່ສ້າງທັງໝົດ 37 ຕື້ກີບ ໂດຍມີ 2 ໜ້າວຽກໃຫຍ່ ຊຶ່ງປະກອບມີ ຫລໍ່ທອງຮູບເໝືອນພຣະເຈົ້າໄຊຍະເສດຖາທິລາດປາງ ປະທັບ ຊ້າງເຜືອກມຸງຄຸນ ມີນໍ້າໜັກ 18 ໂຕນ ມູນຄ່າ 3 ຕື້ກີບ ແລະ ການກໍ່ສ້າງອະນຸສາວະລີ ມູນຄ່າ 34 ຕື້ກີບ.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply