Visit BigblueAgency
ອັດຕະປືຈະປິດແຂວງຖ້າມີກໍລະນີແຂວງໃກ້ຄຽງມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3

ອັດຕະປືຈະປິດແຂວງຖ້າມີກໍລະນີແຂວງໃກ້ຄຽງມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3

ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ທີ່ຍັງມີການແຜ່ລະບາດຢູ່ປະເທດອ້ອມຂ້າງ ແລະ ໃນໂລກ, ອໍານາດການປົກຄອງແຂວງອັດຕະປືໄດ້ອະນຸຍາດໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດຂັ້ນແຂວງອັດຕະປືສາມາດອອກແຈ້ງການປິດ(ລ໋ອກດາວ) ເເຂວງອັດຕະປືໄດ້ແບບອັດຕະໂນມັດ ໃນກໍລະນີຖ້າພົບວ່າຢູ່ແຂວງໃກ້ຄຽງມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3.

ໃນໄລຍະນີ້ໄດ້ມີການແຜ່ລະບາດຮອບໃໝ່ຂອງພະຍາດໂຄວິດ-19 ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ, ອໍານາດການປົກຄອງແຂວງອັດຕະປືຍັງໄດ້ມອບໃຫ້ກໍາລັງ ປກສ ແຂວງ, ເມືອງ, ພະແນກສາທາລະນະສຸກ ແຂວງ, 5 ຕົວເມືອງລົງກວດຈຸດສ່ຽງທີ່ຈະມີແຮງງານລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍ, ໃຫ້ບັນດາເມືອງແຈ້ງການເຖິງບັນດາບ້ານ ເພື່ອໃຫ້ມີສະຕິ ແລະ ໃຫ້ຄວາມຮ່ວມມື ຕໍ່ເຈົ້າໜ້າທີ່ໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ, ພ້ອມນັ້ນຍັງໃຫ້ຄະນະສະເພາະກິດກໍານົດຈຸດກັກກັນຄືນໝ່ ແລະ ວາງມາດຕະການຄືນໝ່ຕໍ່ແຮງງນ, ນັກສຶກສາ ແລະ ນັກທຸລະກິດທີ່ເດີນທາງເຂົ້າ-ອອກແຂວງອັດຕະປື, ບັນຮ້ານບັນເທິງ ແລະ ຮ້ານຄາລາໂອເກະ ແມ່ນໃຫ້ປະຕິບັດການ ເປີດ-ປິດ ຕາມລະບຽບການຢ່າງເຂັ້ມງວດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply