ອັດຕະປືມີຄວາມພ້ອມແລ້ວໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2

ອັດຕະປືມີຄວາມພ້ອມແລ້ວໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2

ທ່ານເພັດແກ້ວ ຄໍາປັນຍາ ປະທານສະພາປະຊາຊົນ ແຂວງອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ ຄະນະກໍາມະການຈັດການເລືອກຕັ້ງເຂດທີ 17 ແຂວງອັດຕະປືມີຄວາມພ້ອມແລ້ວໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ໃນຂອບເຂດທົ່ວປະເທດ ໂດຍຈະໃຊ້ຄະນະຮັບຜິດຊອບທັງໝົດ 2.996 ຄົນ ທີ່ປະຈໍາຢູ່ແຕ່ລະຈຸດການປ່ອນບັດເລືອກຕັ້ງ.

ສະເພາະ ເຂດທີ 17 ແຂວງອັດຕະປື ມີຜູ້ສະໝັກທັງໝົດ 9 ທ່ານ ປະຊາຊົນຈະປ່ອນບັດຄັດເລືອກເອົາ 6 ທ່ານ ໂດຍມີຜູ້ມີສິດປ່ອນບັດທັງໝົດ 94.803 ຄົນ (48.262 ຄົນ), ມີໜ່ວຍປ່ອນບັດ 204 ໜ່ວຍ, ໜ່ວຍເຄື່ອນທີ 46 ໜ່ວຍ, ມີຫີບບັດ 408 ຫີບ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊີ້ນໍາກ່ຽວກັບການກະກຽມໃຫ້ແກ່ການດໍາເນີນການປ່ອນບັດເລືອກຕັ້ງດັ່ງກ່າວ ຢູ່ແຂວງອັດຕະປື ເມື່ອວັນທີ 7 ກຸມພາ 2021 ທີ່ຜ່ານມາ ໂດຍການຕ້ອນຮັບຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ຄະນະ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply