ເມື່ອບໍ່ດົນມານີ້, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດ ແຫ່ງຊາດ ປະຈໍາ ແຂວງເຊກອງ ໄດ້ລົງເຄື່ອນໄຫວເພື່ອດໍາເນີນການພິສູດປະເພດລະເບີດ ເຂດບ້ານບາກ ແລະ ບ້ານກຣຸງຕາສິງ ເມືອງກະລຶມ ແຂວງເຊກອງ ຕາມການລາຍງານຂອງປະຊາຊົນ ພາຍໃນບ້ານ ທີ່ພົບເຫັນລະເບີດໃຫຍ່ ຈໍານວນ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ, ເນື່ອງຈາກມີການເຊາະເຈື່ອນດິນຂອງຕາຝັ່ງແຄມນໍ້າ ຈຶ່ງເຮັດໃຫ້ພົບເຫັນລະເບີດໃຫຍ່ດັ່ງກ່າວ.
ອີງຕາມຜົນການພິສູດທາງດ້ານວິຊາການ ໃຫ້ຮູ້ວ່າ, ລະເບີດໃຫຍ່ ຈຳນວນ 9 ໜ່ວຍ ແມ່ນປະກອບມີປະເພດ MK82 ນໍ້າໜັກ 500 ປອນ (226.7 ກິໂລກຣາມ) ຈໍານວນ 7 ໜ່ວຍ ແລະ ປະເພດ MK81 ນໍ້າໜັກ 250 ປອນ (113.3 ກິໂລກຣາມ) ຈໍານວນ 2 ໜ່ວຍ.
ປະຈຸບັນ, ທີມງານພາກສະໜາມ ໄດ້ນຳໃຊ້ເຮືອເປັນພາຫະນະໃນການຂົນຍ້າຍລະເບີດໃນຄັ້ງນີ້ ເພື່ອນຳໄປທຳລາຍຢູ່ຈຸດທີ່ປອດໄພຕາມຂັ້ນຕອນທາງດ້ານວິຊາການ ແລະ ພາລະກິດຄັ້ງນີ້ ແມ່ນຈະດໍາເນີນເປັນເວລາ 5 ວັນ ນັບແຕ່ວັນທີ 5 – 9 ມີນາ 2026 ຈຶ່ງຈະສຳເລັດ.
ທີ່ມາ: Lao National Unexploded Ordnance Programme

