ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນຫຼາຍປະເທດໃນໂລກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ ແຕ່ ສປປ ລາວ ສາມາດຢັບຢັ້ງພະຍາດດັ່ງກ່າວໄດ້ແລ້ວ ນັບແຕ່ຜູ້ຕິດເຊື້ອຜູ້ສຸດທ້າຍທີ່ໄດ້ປິ່ນປົວຫາຍຂາດ ແລະ ໄດ້ອະນຸຍາດໃຫ້ກັບບ້ານແຕ່ວັນທີ 9 ມິຖຸນາ ທີ່ຜ່ານມາ.
ແຕ່ຍັງມີຄໍາຖາມຈາກສັງຄົມລາວ ແລະ ຕ່າງປະເທດທີ່ວ່າ ແພດໜໍລາວເຮົາຄືເກັ່ງແທ້ ຈຶ່ງສາມາດຢັບຢັ້ງພະຍາດດັ່ງກ່າວໄດ້ໄວ້? ມື້ນີ້ໜັງສືພິມວຽງຈັນທາຍມີຄໍາຕອບ.
ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນບໍ່ດົນມານີ້ກ່ຽວກັບເຫດຜົນທີ່ລາວສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວວ່າ: ຜົນສໍາເລັດໃນການປ້ອງກັນການແຜ່ລະບາດຂອງພະຍາດນີ້ໄດ້ໄວຍ້ອນວ່າພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ, ນອກນັ້ນປະຊາຊົນລາວມີຄວາມເຂົ້າໃຈໄວກ່ຽວກັບພະຍາດນີ້ເປັນແນວໃດ ແລະ ວິທີປ້ອງກັນແນວໃດ, ຄວາມເອົາໃຈໃສ່ຂອງແພດໝໍ ບໍ່ວ່າຈະເປັນແພດໝໍປິ່ນປົວ, ພະຍາບານ, ນັກວິເຄາະ, ນັກວິທະຍາສາດ ແລະ ໄດ້ມີການຕິດຕາມເປັນລະບົບທີ່ມີຢູ່ທຸກໆແຂວງເພື່ອຊອກຫາຜູ້ທີ່ຕິດເຊື້ອ ແລະ ຜູ້ຢູ່ໃກ້ຊິດກັບຜູ້ຕິດເຊື້ອໄດ້ໄວ ແລະ ໂຊກດີປະເທດລາວເປັນປະເທດອາກາດຮ້ອນ ແລະ ຄົນລາວຢູ່ບໍ່ແອອັດຄືປະເທດອື່ນຈຶ່ງເຮັດໃຫ້ພະຍາດດັ່ງກ່າວບໍ່ແຜ່ເຊື້ອເປັນວົງກວ້າງ.
ທ່ານ ຮສ ດຣ. ບຸນກອງ ໄດ້ກ່າວຕື່ມວ່າ: ນອກນັ້ນ ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ ສາທາລະນະສຸກທຸກຂັ້ນ ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ພວກເຮົາໄດ້ຮັບການສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນເຫດຜົນໃນການສາມາດຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ໄວ.
ຂ່າວ: ວຽງຈັນທາຍ

