ອາດມີຝົນຕົກ, ລົມພັດແຮງຢູ່ບາງທ້ອງຖີ່ນໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້

ອາດມີຝົນຕົກ, ລົມພັດແຮງຢູ່ບາງທ້ອງຖີ່ນໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້

ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ປະຈໍາວັນທີ 10 ພຶດສະພາ 2020 ໄດ້ແຈ້ງໃຫ້ຮູ້ວ່າ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນທ້າຍຕອນບ່າຍ ຫາ ຄໍ່າຂອງມື້ນີ້.

ພ້ອມດຽວກັນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບພະຍຸລະດູຮ້ອນທີ່ຈະເກີດຂຶ້ນ, ພ້ອມທັງຫຼີກເວັ້ນການໄປຢູ່ກ້ອງຕົ້້ນໄມ້ໃຫ່ຍ, ປ້າຍໂຄສະນາ, ເສົາໄຟຟ້າ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ.

ສະພາບຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍລັງແຮງປານກາງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply