ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນລະຫວ່າງ ວັນທີ 6-8 ມີນາ 2020 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ໃນຜ່ານມາ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ໄດ້ແຈ້ງເຕືອນວ່າ ໄລຍະວັນທີ 2-5 ມີນາ 2020 ຈະມີຝົນຕົກໃນລະດັບຄ່ອຍຫາຕົກໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອລົງຫາພາກກາງ.
ຈາກສະພາບອາກາດດັ່ງກ່າວ, ເວລາປະມານ 16:00 ໂມງ ມື້ວານນີ້, ໄດ້ມີພະຍຸລະດູຮ້ອນພັດເຂົ້າ ນະຄອນຫຼວງພະບາງ ເຊິ່ງສ້າງຄວາມເສຍຫາຍແກ່ບ້ານເຮືອນ, ຮ້ານຄ້າ ຂອງປະ ຊາຊົນ ແລະ ສິ່ງປຸກສ້າງ ອື່່ນໆ.
ທ່ານ ນາງ ວິໄລວັນ ທະນອມສັກ ຫົວໜ້າຫ້ອງວ່າການ ນະຄອນຫຼວງພະບາງ ແຈ້ງໃຫ້ຊາບວ່າ: ພະຍຸລະດູຮ້ອນພັດເຂົ້າຖະຫຼົ່ມຫຼາຍຈຸດເຂດແຄມແມ່ນໍ້າຂອງ ນະຄອນຫຼວງພະບາງ, ຊຶ່ງມີທັງຝົນ ແລະ ລົມພັດແຮງ ເຫດການດັ່ງກ່າວ ເຮັດໃຫ້ຈຳນວນ 3 ບ້ານ ຄື: ຊຽງທອງ, ວັດໜອງ ແລະ ໂພນເຮືອງ ໄດ້ຮັບຜົນກະທົບເສຍຫາຍຫຼາຍສົມຄວນ ເຊິ່ງມູນຄ່າເສຍຫາຍຍັງບໍທັນປະເມີນເທື່ອ.
ຂ່າວ: ວຽງຈັນທາຍ