ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ສົ່ງເສີມປະຊາຊົນມີລາຍຮັບ ເພື່ອທົດແທນການເຂົ້າປ່າລ່າເນື້ອ ແລະ ລັກລອບຕັດໄມ້

ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ສົ່ງເສີມປະຊາຊົນມີລາຍຮັບ ເພື່ອທົດແທນການເຂົ້າປ່າລ່າເນື້ອ ແລະ ລັກລອບຕັດໄມ້

ກອງຄຸ້ມຄອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ຮ່ວມກັບ ອົງການອະນຸລັກສັດປ່າ ( WCS ) ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດ ເພື່ອແນໃສ່ອະນຸລັກຊັບພະຍາກອນທໍາມະຊາດ ໂດຍສະເພາະສັດປ່າ, ຕົ້ນໄມ້ ແລະ ພືດພັນທັນຍາຫານຕ່າງໆ ພາຍໃນອຸທິຍານດັ່ງກ່າວໃຫ້ມີຄວາມຍືນຍົງຕະຫຼອດໄປ.

ທ່ານ ຫຸມແພງ ຂັນທະລີ, ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງ ຊາດ ນໍ້າແອດ-ພູເລີຍ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວເມື່ອບໍ່ດົນມານີ້ວ່າ: ໄລຍະຜ່ານມາ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ຮ່ວມກັບ WCS ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກໍາ ເພື່ອຊຸກ ຍູ້ສົ່ງເສີມປະຊາຊົນທີ່ອາໄສຢູ່ໃນເຂດໃຫ້ມີລາຍຮັບ ເພື່ອທົດແທນການເຂົ້າປ່າລ່າເນື້ອ, ລັກລອບຕັດໄມ້ ແລະ ຈັບຈອງດິນໃນເຂດອຸທິຍານດັ່ງກ່າວ ເພື່ອປູກຝັງ ແລະ ລ້ຽງສັດ ເປັນຕົ້ນ: ສົ່ງເສີມໃຫ້ປະຊາຊົນເຂົ້າມາເປັນອາສາສະໝັກກວດກາລາດຕະເວນອຸທິຍານ, ເຂົ້າຮ່ວມບໍລິການໃນ 2 ກິດຈະກໍາທ່ອງທ່ຽວຢູ່ອຸທິຍານດັ່ງກ່າວ ຄື: ການລ່ອງເຮືອຕາມນໍ້າເນີນເບິ່ງສັດປ່າໃນຍາມຄໍ່າຄືນ ໂດຍມີ 1 ບ້ານ 52 ຄອບ ຄົວ ຄື: ບ້ານສົ້ນຂົວ ເມືອງຮ້ຽມ ແຂວງຫົວພັນ ທີ່ເຂົ້າຮ່ວມກິດຈະກໍານີ້ ໂດຍແບ່ງອອກເປັນຫຼາຍໜ່ວຍບໍລິການ ຄື: ກຸ່ມເຮືອ, ກຸ່ມນໍາທ່ຽວ, ກຸ່ມແຕ່ງກິນ, ກຸ່ມທີ່ ພັກ ແລະ ກຸ່ມຫັດຖະກໍາ. ສ່ວນອີກ 1 ກິດຈະກໍາທ່ອງທ່ຽວ ແມ່ນການຍ່າງປ່າຊົມສັດປ່າ ແລະ ທໍາມະຊາດ ມີ 3 ບ້ານ ຄື: ບ້ານນໍ້າປຸ່ງ ແລະ ບ້ານສາກົນ ເມືອງຮ້ຽມ ແລະ ບ້ານນາແວນ, ເມືອງວຽງຄໍາ, ແຂວງຫຼວງພະບາງ ທີ່ເຂົ້າຮ່ວມກິດຈະກໍານີ້ ໂດຍແບ່ງອອກເປັນຫຼາຍໜ່ວຍບໍລິການຄ້າຍຄືກິດຈະກໍາທ່ອງທ່ຽວທີໜຶ່ງ. ນອກຈາກນີ້ ທາງ WCS ໄດ້ຊຸກຍູ້ສົ່ງເສີມປະຊາຊົນຫຼາຍກິດຈະກໍາ ເປັນຕົ້ນ: ການຊຸກຍູ້ສົ່ງເສີມປະຊາຊົນພາຍໃນເມືອງຊ່ອນ ແຂວງຫົວພັນ ປູກກາເຟ ເປັນສິນຄ້າ ເຊີ່ງມາຮອດປັດຈຸບັນ ມີປະຊາຊົນ 80 ຄອບຄົວ ພາຍໃນ 5 ບ້ານທີ່ເຂົ້າຮ່ວມໂຄງການ ໂດຍສາມາດປູກໄດ້ແລ້ວ 43 ເຮັກຕາ, ໃນນີ້ ມີ 6 ຄອບຄົວທີ່ໄດ້ຈໍາໜ່າຍຜົນຜະລິດແລ້ວ.

ສໍາລັບອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ມີເນື້ອທີ່ທັງ ໝົດ 410.720 ເຮັກ ຕາ, ກວມເອົາ 10 ເມືອງຂອງ 3 ແຂວງ ຄື: ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ, ເມືອງວຽງຄໍາ, ປາກແຊງ, ໂພນທອງ ແລະ ເມືອງໂພນໄຊ ແຂວງຫຼວງພະບາງ ແລະ ເມືອງພູກູດ ແຂວງຊຽງຂວາງ ໂດຍມີບ້ານປະຊາຊົນທີ່ຢູ່ໃກ້ຄຽງອຸທິຍານແຫ່ງຊາດ ທັງໝົດ 107 ບ້ານ, ມີປະຊາກອນອາໄສຢູ່ 35.000 ກວ່າຄົນ.

ຂ່າວ-ພາບ: ບຸນຕຽງ

Related Articles

Leave a Reply