ອົງການປົກຄອງແຂວງຄໍາມ່ວນ ໄດ້ສະເຫຼີມສະຫຼອງ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ທີ່ໄດ້ຮັບຂຶ້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ໃນມື້ວານນີ້ ທີ່ ເມືອງທ່າແຂກໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວໃນພິທີວ່າ: ການທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນເປັນມໍຣະດົກໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ແລະ ເປັນຄວາມພາກພູມໃຈຂອງຊາດ ເນື່ອງຈາກເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດຂອງລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ຜົນສຳເລັດນີ້ ເກີດຈາກການຮ່ວມແຮງຮ່ວມໃຈ ຂອງຫຼາຍພາກສ່ວນ ຕະຫຼອດໄລຍະເວລາກວ່າ 20 ປີ.
ອຸທິຍານແຫ່ງຊາດ ຫີນໜາມໜໍ່ ມີເນື້ອທີ່ປະມານ 82,000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີຄວາມງາມໂດດເດັ່ນ ແລະ ອຸດົມໄປດ້ວຍຊີວະນາໆ ພັນຫາຍາກ ແລະ ເປັນພື້ນທີ່ສຳຄັນທາງດ້ານນິເວດວິທະຍາ, ການອະນຸລັກທຳມະຊາດ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ໄດ້ຮັບຮອງເປັນມໍຣະດົກໂລກຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມມໍຣະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້, ເຮັດໃຫ້ ຫີນໜາມໜໍ່ ກາຍເປັນມໍຣະດົກໂລກແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດ ພ້ອມທັງເປັນມໍຣະດົກໂລກແບບຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ທ່ານ ໄດ້ຕີລາຄາສູງຕໍ່ຜົນສໍາເລັດນີ້ ວ່າເປັນຫຼັກການສະທ້ອນໃຫ້ເຫັນ ນະໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມມໍຣະດົກແຫ່ງຊາດ ພ້ອມທັງເປັນແບບຢ່າງດີ ໃນການຮ່ວມມື ລາວ-ຫວຽດນາມ ແລະ ສາກົນ. ພ້ອມນີ້ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບສານຄຸນຄ່າມໍຣະດົກ ໃຫ້ຄົງຢູ່ຢ່າງຍືນຍົງ ແລະ ນໍາໃຊ້ເປັນແຮງຂັບເຄື່ອນ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ.
ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ກ່າວມີຄໍາເຫັນໃຫ້ຄໍາໝັ້ນສັນຍາວ່າ: ຈະພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກປັກຮັກສາອຸທິຍານແຫ່ງຊາດຫີນໜາມໜໍ່ ມໍຣະດົກແຫ່ງຊາດ ແລະ ມໍຣະດົກໂລກຮ່ວມຊາຍແດນແຫ່ງນີ້ ກາຍເປັນມໍຣະດົກອັນລໍ້າຄ່າ ແລະ ຖ່າຍຖອດຈາກຮຸ້ນຄົນນີ້ສູ້ຮຸ້ນລູກ ແລະ ຮຸ້ນຫຼານ ສືບຕໍ່ໄປຢ່າງຍືນຍົງ. ພ້ອມກັນເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທາງດ້ານທໍາມະຊາດ ກໍ່ຄືມໍຣະດົກໂລກແຫ່ງນີ້ ໃຫ້ກາຍເປັນຊັບພະຍາກອນການທ່ອງທ່ຽວ ແລະ ເປັນທ່າແຮງປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວຍືນຍົງຂອງແຂວງຄໍາມ່ວນ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຂ່າວ-ພາບ: ມະນີວັນ+ກອງຄໍາ

