ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສະເພາະເດືອນຕຸລາ 2020 ນີ້ມີຜູ້ເສຍຊີວິດເຖິງ 79 ຄົນ ເພີ່ມຂຶ້ນ 3 ຄົນຖ້າທຽບໃສ່ເດືອນກັນຍາທີ່ຜ່ານມາ ຊຶ່ງມີຜູ້ເສຍຊີວິດ 76 ຄົນ.
ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໄດ້ແຈ້ງສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດວ່າ : ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເຖິງແມ່ນວ່າເຈົ້າໜ້າທີ່ ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ. ສະເພາະເດືອນຕຸລາ 2020 ນີ້ຊີ້ໃຫ້ເຫັນວ່າ, ຈຳນວນອຸບັດເຫດ, ຜູ້ບາດເຈັບ ແລະ ຈໍານວນຜູ້ເສຍຊີວິດແມ່ນເພີ່ມຂຶ້ນຖ້າທຽບໃສ່ ເດືອນກັນຍາທີ່ຜ່ານມາ ຊຶ່ງມີອຸບັດເຫດເກີດຂຶ້ນທັງໝົດ 604 ລາຍ, ພາຫະນະເປ່ເພ 1.074 ຄັນ, ມີຜູ້ບາດເຈັບ 943 ລາຍ ແລະ ມີຜູ້ເສຍຊີວິດເຖິງ 79 ລາຍ. ການດື່ມສິ່ງມຶນເມົາເຊັ່ນ: ເຫຼົ້າ-ເບຍ ແລ້ວຂັບຍັງເປັນບັນຫາຫຼັກທີ່ກໍ່ໃຫ້ເກີດອຸບັດເຫດ ແລະ ມັກເກີດໃນວັນເສົາ, ວັນອາທິດ ແລະ ອຸບັດເຫດເກີດຂຶ້ນຫຼາຍໃນກຸ່ມຄົນທີ່ມີອາຍຸປະມານ 16-30 ປີ.
ສະເພາະໃນເດືອນກັນຍາທີ່ຜ່ານມາ, ທົ່ວປະເທດມີອຸບັດເຫດທີ່ເກີດຂຶ້ນທັງໝົດ 497 ລາຍ, ພາຫະນະເປ່ເພ 889 ຄັນ, ມີຜູ້ບາດເຈັບ 764 ຄົນ ແລະ ມີຜູ້ເສຍຊີວິດ 76 ຄົນ.
ຂ່າວ: ວຽງຈັນທາຍ
ພາບໜ່ວຍກູ້ໄພ 1623

