ອົງການປະກັນສັງຄົມແຫ່ງຊາດເຜີຍແຜ່ກົດໝາຍ ວ່າດ້ວຍປະກັນສັງຄົມໃຫ້ ສະມາຄົມອຸດສາຫະກຳຕັດຫຍີບລາວ

ອົງການປະກັນສັງຄົມແຫ່ງຊາດເຜີຍແຜ່ກົດໝາຍ ວ່າດ້ວຍປະກັນສັງຄົມໃຫ້ ສະມາຄົມອຸດສາຫະກຳຕັດຫຍີບລາວ

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມ ເມື່ອບໍ່ດົນມານີ້ ເພື່ອເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສັງຄົມ ໃຫ້ກັບສະມາຄົມອຸດສາຫະກຳຕັດຫຍິບລາວ (ສອຕລ) ໃນຖານະເຮັດໜ້າທີ່ເປັນຜູ້ຄຸ້ມຄອງບັນດາຫົວໜ່ວຍທຸ ລະກິດ ທີ່ເຄື່ອນໄຫວກ່ຽວກັບເຄື່ອງນຸ່ງຫົ່ມ ທັງພາກລັດ ແລະ ເອກະຊົນ ເຂົ້າເປັນສະມາຄົມອັນດຽວເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງນະໂຍບາຍ ແລະ ກົດໝາຍຕ່າງໆ.

ປັດຈຸບັນນີ້, ທົ່ວປະເທດ ມີໂຮງງານຕັດຫຍິບ ທັງໝົດ 78 ແຫ່ງ, ໃນນັ້ນ ໂຮງງານທີ່ຜະລິດສົ່ງອອກ 49 ແຫ່ງ ແລະ ໂຮງງານນ້ອຍ ທີ່ຜະລິດໃຫ້ໂຮງງານໃຫຍ່ 28 ແຫ່ງ, ມີກຳມະກອນ 26 ພັນຄົນ, ເພດຍິງກວມເອົາເກືອບ 90%, ໂດຍທັງໝົດແມ່ນໄດ້ເປັນສະມາຊິກຂອງອົງການປະກັນສັງຄົມ.

ທ່ານ ບຸນຍອດ ຈັນທະວອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດໄດ້ກ່າວໃນກອງປະຊຸມດັ່ງກ່າວວ່າ:  ການຮັບຮູ້ ແລະ ສ້າງຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍປະກັນສັງຄົມ ເປັນສິ່ງສຳຄັນທີ່ສຸດ ເພາະສະມາຊິກປະກັນສັງຄົມຈະໄດ້ຮູ້ວ່າເຂົ້າປະກັນແລ້ວຈະໄດ້ຮັບຜົນປະໂຫຍດຕົວຈິງໃນແຕ່ລະຄັ້ງນັ້ນມີຂໍ້ສະດວກຂໍ້ຫຍຸ້ງຍາກຄືແນວໃດ. ຜ່ານມາໄດ້ເອົາໃຈໃສ່ປັບປຸງບັນດານະໂຍບາຍເພື່ອປົກປ້ອງສະມາຊິກທີ່ເຂົ້າປະກັນສັງຄົມ ລວມທັງການຊົດເຊີຍຄືນຜູ້ໄດ້ຮັບຜົນກະທົບໂດຍສະເພາະ ໄດ້ຄົ້ນຄວ້ານະໂຍບາຍ ໃນໄລຍະການລະບາດຂອງພະຍາດໂຄວິດ.

ທ່ານ ບຸນຍອດ ໄດ້ກ່າວຕື່ມວ່າ: ປັດຈຸບັນ ໄດ້ມີຜູ້ສະເໜີຂໍນະໂຍບາຍທັງໝົດ 184 ຫົວໜ່ວຍ, ແກ້ໄຂແລ້ວ 80 ກວ່າຫົວໜ່ວຍ ແລະ ຍັງໄດ້ສືບຕໍ່ປະຕິບັດຢູ່, ແຕ່ຖ້າພະຍາດໂຄວິດ ຍັງບໍ່ທັນສິ້ນສຸດ ອົງການປະກັນສັງຄົມກໍຍັງຈະສືບຕໍ່ປະຕິບັດໄປອີກ, ສະນັ້ນ ການເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ກັບສະມາຊິກສະມາຄົມອຸດສາຫະກຳຕັດຫຍິບລາວ ໃນຄັ້ງນີ້ ແມ່ນເພື່ອເປັນຂໍ້ມູນໃຫ້ທຸກພາກສ່ວນໄດ້ເຂົ້າໃຈເປັນເອກະພາບກັນ, ພ້ອມນັ້ນ ກໍຍັງເປີດໂອກາດໃຫ້ທຸກພາກສ່ວນມີຄວາມຄິດເຫັນ ເພື່ອຈະໄດ້ນຳໄປປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ.

ຂ່າວສານ: ຮສສ

Related Articles

Leave a Reply