ອົງການຢູນີເຊັບ ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມອບອຸປະກອນການຮຽນ ສໍາລັບເດັກນ້ອຍຫ້ອງກຽມປະຖົມ ແລະ ກຸ່ມຮຽນຜ່ານການຫຼີ້ນ ໃຫ້ກະຊວງ ສຶກສາທິການ ແລະ ກິລາ, ຊຶ່ງປະກອບມີ ປື້ມນິທານ, ປື້ມລະບາຍສີ ແລະ ອຸປະກອນການຮຽນ ອື່ນໆ ອີກ, ລວມມູນ 839 ລ້ານກີບ.
ສໍາລັບ ອຸປະກອນການຮຽນດັ່ງກ່າວ ເນັ້ນໃສ່ສະໜອງໃຫ້ເດັກນ້ອຍ ທີ່ເຂົ້າຮຽນຫ້ອງກຽມປະຖົມ ແລະ ກຸ່ມຮຽນຜ່ານການຫຼີ້ນ ໃນ 12 ເມືອງໃນ 5 ແຂວງ ທົ່ວປະເທດ ຄື : ແຂວງ ຜົ້ງສາລີ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.
ພິທີມອບ-ຮັບເຄື່ອງຊ່ວບເຫຼືອດັ່ງກ່າວ ໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນ, ມອບໂດຍ ທ່ານ ນາງ ເລໂອຕັດ ເຮລິນ ຫົວໜ້າພະແນກສຶກສາ ອົງການຢູນີເຊັບ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຣອນດາ ແມນ ຕາງໜ້າສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ຊຶ່ງຮັບໂດຍ ທ່ານ ປອ ມີທອງ ສຸວັນວິໄຊ ຫົວໜ້າກົມການສຶກສາກ່ອນໄວຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂໍ້ມູນ: Unicef Laos

