ອົງການແພຣນ ສາກົນ ປະຈຳແຂວງສາລະວັນ ສືບຕໍ່ຊ່ວຍອຸປະກອນການແພດ ປະກອບມີ: ຕຽງສຳລັບກວດທ້ອງແມ່ຍິງຖືພາ, ຕຽງສຳລັບຄອດລູກ, ອຸປະກອນຟື້ນຟູຊີບເດັກເກີດໃໝ່, ບັ້ງອົກຊີໃຫຍ່, ລໍ້ຍູ້ຄົນເຈັບ, ອຸປະກອນຮັບໃຊ້ແມ່-ເດັກ ແລະ ອຸປະກອນອື່ນໆ ມອບໃຫ້ແກ່ ໂຮງໝໍນ້ອຍ 4 ແຫ່ງ ແລະ ໂຮງໝໍຊຸມຊົນ 1 ແຫ່ງ ຢູ່ ແຂວງສາລະວັນ.
ໂດຍລວມແລ້ວອຸປະກອນການແພດທີ່ມາມອບໃນຄັ້ງນີ້ລວມມີ 46 ລາຍການ, ມູນຄ່າ 169 ລ້ານກີບ ຊຶ່ງຈະມອບໃຫ້ແກ່ໂຮງໝໍນ້ອຍຜັກຂະ, ໂຮງໝໍນ້ອຍວຽງຄຳ ເມືອງສາລະວັນ ແລະ ໂຮງໝໍນ້ອຍກົກບົກ, ທົ່ງກາໄຮ່ ແລະ ໂຮງໝໍຊຸມຊົນ ເມືອງຕະໂອ້ຍ ແຂວງສາລະວັນ.
ອຸປະກອນດັ່ງກ່າວຖືວ່າສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບບັນດາໂຮງໝໍນ້ອຍ ຢູ່ເຂດຫ່າງໄກສອກຫຼີກ ທີ່ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງ ການຂອງວຽກງານການບໍລິການດ້ານສາທາລະນະສຸກ ໂດຍສະເພາະການປີ່ນປົວ, ຮັກສາສຸຂະພາບຂອງ ແມ່ ແລະ ເດັກ.
ພິທີມອບຮັບອຸປະກອນການແພດດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ມອບໂດຍ ທ່ານ ແສງ ທຳມະວົງ ຜູ້ປະສານງານວິຊາການ ອົງການແພຣນ ປະຈຳແຂວງສາລະວັນ ແລະ ຮັບໂດຍ ທ່ານ ນາງ ພວງມາລາ ຈຳປາຄຳ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງສາລະວັນ ແລະ ທ່ານ ໄຊສົງຄາມ ກ້ອນສະຫວັດດີ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຕະໂອ້ຍ.
ຂ່າວ-ພາບ: ວິໄລວອນ

