ອ້າຍເຂີຍຂົ່ມຂືນ ແລະ ຄາດຕະກໍານ້ອງເມຍ ຢູ່ ເມືອງລະມາມ ແຂວງເຊກອງ

ອ້າຍເຂີຍຂົ່ມຂືນ ແລະ ຄາດຕະກໍານ້ອງເມຍ ຢູ່ ເມືອງລະມາມ ແຂວງເຊກອງ

ທ້າວ ກໍ່າ ອາຍຸ 40 ປີ ໄດ້ຂົ່ມຂືນ ແລະ ຄາດຕະກໍານ້ອງເມຍຊື້ນາງ ໄຂ່ຄໍາ ເພັດຈໍາພອນ ອາຍຸ 23 ປີ ຢູ່ ບ້ານໂນນມີໄຊ ເມືອງລະມາມ ແຂວງເຊກອງ ເມື່ອທ້າຍເດືອນ 12 ປິ 2025 ທີ່ຜ່ານມາ ໂດຍໃຊ້ມືບີບຄໍ ແລ້ວເອົາສົບຂອງຜູ້ເສຍ ຊີວິດໄປປະ ໄວ້ຢູ່ປ່າແຄມຮ່ອງ.

ໃນວັນທີ 13 ມັງກອນ 2026 ທີ່ຜ່ານມາ, ພັອ ຮຽມ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊກອງພ້ອມຄະນະຮັບຜິດຊອບການດໍາເນີນຄະດີ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຖະແຫຼງຂ່າວ ກ່ຽວກັບຄະດີດັ່ງກ່າວ ທີ່ໄດ້ເກີດຂຶ້ນໃນວັນທີ 30 ທັນວາ 2025 ຜ່ານມາ ວ່າ: ໃນວັນທີ 1 ມັງກອນ 2026, ເຈົ້າໜ້າທີ່ຕໍາຫຼວດເມືອງລະມາມ ແຂວງເຊກອງ ໄດ້ຮັບແຈ້ງຄວາມຈາກ ນາງ ບຸດຕີ ອາຍຸ 28 ປີ ຢູ່ບ້ານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໂດຍຜູ້ກ່ຽວໄດ້ແຈ້ງວ່າ: ນາງ ໄຂ່ຄໍາ ເພັດຈໍາພອນ ອາຍຸ 23 ປີ ຢູ່ ບ້ານໂນນມີໄຊ ເມືອງລະມາມ ແຂວງເຊກອງ ເຊິ່ງເປັນນ້ອງສາວຄີງ ຂອງຕົນ ໄດ້ອອກຈາກເຮືອນແຕ່ວັນທີ 29 ທັນວາ 2025 ໄປເຮັດວຽກເປັນພະນັກງານຂາຍຢູ່ຮ້ານຂາຍໂທລະສັບມືຖືລ່ອງໂຟນ, ບ້ານວັດຫຼວງ ເມືອງລະມາມ ແຂວງເຊກອງ ຕາມປົກກະຕິຄືໃນແຕ່ລະວັນ ແຕ່ພໍມາຮອດຕອນແລງຂອງວັນດັ່ງກ່າວ, ຜູ້ກ່ຽວບໍ່ໄດ້ກັບມາເຮືອນ ແລະ ບໍ່ສາມາດຕິດຕໍ່ໄດ້ນັບແຕ່ວັນທີ 30 ທັນວາ 2025 ບໍ່ຮູ້ວ່າໄປຢູ່ໃສ ແລະ ນັບຈາກເວລາທີ່ ນາງ ໄຂ່ຄໍາ ຫາຍໂຕໄປ ເປັນເວລາໄດ້ 3 ວັນ, ຜູ້ເປັນເອື້ອຍ ຈຶ່ງເຂົ້າມາແຈ້ງຄວາມຄົນຫາຍ ເຊິ່ງກ່ອນໜ້ານັ້ນ ແມ່ນໄດ້ມີການປະກາດຕາມຫາຕາມຊ່ອງທາງສື່ອອນລາຍ (ເຟສບຸກ ແລະ ອື່ນໆ).

ຜ່ານການເຄື່ອນໄຫວ ແລະ ເກັບກໍາຂໍ້ມູນ ຂອງວິຊາສະເພາະ, ມາຮອດວັນທີ 5 ມັງກອນ 2026, ເຈົ້າໜ້າທີ່ ຈຶ່ງສາມາດກັກຕົວເປົ້າໝາຍສົງໃສ 1 ຄົນ ຊື່: ທ້າວ ກໍ່າ ອາຍຸ 40 ປີ, ບ້ານເກີດ: ບ້ານ ແຊ, ເມືອງສຸຂຸມາ, ແຂວງຈໍາປາສັກ, ບ້ານຢູ່ປະຈຸບັນ: ບ້ານໂນນມີໄຊ ເມືອງລະມາມ, ແຂວງເຊກອງ ເຊິ່ງເປັນຜົວຂອງນາງ ບຸດຕີ.

ຜ່ານການສອບສວນ ຂອງເຈົ້າຫນ້າທີ່, ທ້າວ ກໍ່າ ໄດ້ຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດຂົ່ມຂືນກະທໍາຊໍາເລົາ ແລະ ຄາດຕະກໍາ ນາງ ໄຂ່ຄໍາແທ້ ເຊິ່ງຈຸດກໍ່ເຫດ ນັ້ນຢູ່ຫ່າງຈາກເທສະບານເມືອງລະມາມ ໄປທາງທິດຕາເວັນ ຕົກສ່ຽງໃຕ້ ປະມານ 5 ກິໂລແມັດ ນັບໄລຍະທາງແຕ່ບ້ານໂມ- ບ້ານລະວີລໍາພັນ ເມືອງລະມາມ ແຂວງເຊກອງ ໂດຍໃນມື້ກໍ່ເຫດ, ເວລາ 8 ໂມງ 00 ນາທີ ຂອງວັນທີ 30 ທັນວາ 2025 ຜູ້ກ່ຽວ ໄດ້ຂັບຂີ່ລົດໄຖນາ (ຕ໋ອກໆ) ທີ່ແກ່ໝາກກະເຟ ຈາກສວນບ້ານໜອງກັນ ເມືອງທ່າແຕງ ແຂວງເຊກອງ ເຂົ້າມາເຮືອນຂອງພໍ່ເຖົ້າ-ແມ່ເຖົ້າ ທີ່ບ້ານໂນນມີໄຊ ເມືອງລະມາມ.

ພໍມາຮອດເຮືອນແລ້ວ ກໍໄດ້ເອົາໝາກກະເຟ ລົງປະໄວ້ເຮືອນ ແລ້ວເອົາລົດໄຖນາ (ຕ໋ອກໆ) ໄປສ້ອມແປງຢູ່ຮ້ານແຫ່ງໜຶ່ງ ທີ່ບ້ານວັດຫຼວງ ເມືອງລະມາມ, ພໍຮອດເວລາ 14 ໂມງ 03 ນາທີ ຂອງວັນດຽວກັນ, ທ້າວ ກໍ່າ ໄດ້ໂທຫາ ນາງ ໄຂ່ຄໍາ ທີ່ກໍາລັງເຮັດວຽກຢູ່ຮ້ານຂາຍໂທລະສັບ ເພື່ອຂໍຢືມເງິນ ຈໍານວນ 100.000 ກີບ ມາຈ່າຍຄ່າສ້ອມແປງລົດ.

ຫຼັງຈາກນັ້ນ, ນາງ ໄຂ່ຄໍາ ກໍໄດ້ຂັບຂີ່ລົດຈັກເວັບໄອ (ສີແດງ-ດໍາ), ປ້າຍທະບຽນ ຍພ 9514 ສະຫວັນນະເຂດ ເພື່ອເອົາເງິນມາໃຫ້ ທ້າວ ກໍ່າ ; ຫຼັງຈາກໄດ້ເງິນແລ້ວ, ທ້າວ ກໍ່າ ກໍໃຊ້ເລ້ຫຼ່ຽມ ເພື່ອໃຫ້ ນາງ ໄຂ່ຄໍາ ເອົາລົດຈັກ ໄປສົ່ງຕົນ ຢູ່ສວນກາເຟຂອງພໍ່ເຖົ້າ-ແມ່ເຖົ້າ, ທີ່ບ້ານໜອງກັນ ເມືອງທ່າແຕງ. ຈາກນັ້ນ, ທັງສອງໄດ້ພາກັນຂີ່ລົດຈັກຊ້ອນກັນ ໂດຍແມ່ນ ນາງ ໄຂ່ຄໍາ ເປັນຜູ້ຊ້ອນທ້າຍ ຂີ່ລົດໄປທາງບ້ານໂມ ມຸ່ງໜ້າໄປທາງບ້ານຕອກສະໝິງ ເມືອງລະມາມ, ພໍໄປໃກ້ຈະຮອດ 3 ແຍກ ລົງໄປບ້ານລະວີລໍາພັນ ປະມານ 300 ແມັດ; ທ້າວ ກໍ່າ ກໍໄດ້ພາ ນາງ ໄຂ່ຄໍາ ແວ່ເຂົ້າທາງຮ່ອມ ແລ້ວໃຊ້ວິທີພະຍາຍາມຈະຂົ່ມຂືນກະທໍາຊໍາເລົາ ແຕ່ຍ້ອນ ນາງ ໄຂ່ຄໍາ ຂັດຂືນ, ຜູ້ກ່ຽວຈຶ່ງໄດ້ໃຊ້ກໍາລັງປຸກປໍ້າ ແລະ ໃຊ້ສອງມືບີບຄໍ ຈົນເຮັດໃຫ້ ນາງ ໄຂ່ຄໍາ ສະຫຼົບ ແລະ ເສຍຊີວິດ.

ຈາກນັ້ນ, ກໍໄດ້ແກ້ເອົາເສື້ອຊັ້ນໃນຂອງຜູ້ເສຍຊີວິດມັດແຂນທັງສອງເຂົ້າກັນ ແລ້ວແກ່ສົບຂອງຜູ້ເສຍຊີວິດໄປປະ ໄວ້ຢູ່ປ່າແຄມຮ່ອງ ຫ່າງຈາກຈຸດກໍ່ເຫດ ປະມານ 30 ແມັດ, ຫຼັງຈາກນັ້ນ, ຜູ້ກ່ຽວກໍໄດ້ເອົາລົດຈັກ ເວັບໄອ ສີແດງ-ດໍາ, ປ້າຍທະບຽນ ຍພ 9514 ສະຫວັນນະເຂດ ແລະ ໂທລະສັບມືຖື ໄອໂຟນ 7 ຂອງນາງ ໄຂ່ຄໍາ ໄປນໍາ ແລ້ວຂັບຂີ່ລົດຈັກກັບ ຄືນມາທາງເທສະບານແຂວງເຊກອງ ແລ້ວອອກໄປນອນຢູ່ເຮືອນສວນກາເຟ ຂອງພໍ່ເຖົ້າ- ແມ່ເຖົ້າ ທີ່ບ້ານໜອງກັນ ເມືອງທ່າແຕງ, ຮອດຕອນເຊົ້າມື້ວັນທີ 31 ທັນວາ 2025 ຜູ້ກ່ຽວ ຈຶ່ງໄດ້ນໍາເອົາໂທລະສັບມືຖືໄປຝັງໄວ້ໃນປ່າສວນກາເຟ; ສ່ວນລົດຈັກ ໄດ້ເອົາໄປຝາກໄວ້ນໍາໝູ່ ຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ; ຈາກນັ້ນ, ກໍສືບຕໍ່ດໍາລົງຊີວິດໄປມາຕາມປົກກະຕິ.

ມາວັນທີ 7 ມັງກອນ 2026,ຈົ້າໜ້າທີ່ ໄດ້ຮີບໂຮມ ຂອງ ກາງທີ່ພົວພັນກັບຄະດີດັ່ງກ່າວໄວ້ ເຊິ່ງລວມມີ ໂທລະສັບມືຖື ຍີ່ຫໍ້ ໄອໂຟນ 7 ຈໍານວນ 1 ໜ່ວຍ , ລົດຈັກເວັບໄອ (ສີແດງ-ດໍາ) ປ້າຍທະບຽນ ຍພ 9514 ສະຫວັນນະເຂດ ຈໍານວນ 1 ຄັນ.

ແຫຼ່ງຂໍ້ມູນຂ່າວ: ແຂວງເຊກອງ

Related Articles

Leave a Reply