ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ຈະມີການເຄື່ອນຍ້າຍຮູບປັ້ນພະເຈົ້າໄຊເຊດຖາທິລາດ ຈາກນະຄອນຫລວງວຽງຈັນ ໄປປະທັບຢູ່ອະນຸສາວະລີພະເຈົ້າໄຊເຊດຖາຢູ່ແຂວງອັດຕະປື ເຊີ່ງຈະເລີ່ມເຄື່ອນຍ້າຍວັນທີ 27 ນີ້ ແລະ ຈະຮອດແຂວງອັດຕະປືໃນວັນທີ 31 ກໍລະກົດທີ່ຈະມາເຖິງ ແລະ ຍົກຂຶ້ນພະແທ່ນປະດິດສະຖານໄວ້ພ້ອມບຳເພັນກຸສົນ. ສ່ວນວັນສົມໂພດໃຫ່ຍ ຮູບປັ້ນພະເຈົ້າໄຊເຊດຖາ ຈະໄດ້ຈັດຂຶ້ນໃນວັນທີ 28 ເດືອນ ພະຈິກ 2020 ຢູ່ ອະນຸສາວະລີດັ່ງກ່າວ.
ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ຕື່ມວ່າ: ໃນວັນທີ 27 ກໍລະກົດ ຈະມີການເຄື່ອນຍ້າຍໄປຮອດແຂວງ ບໍລິຄໍາໄຊ, ວັນທີ 28 ຮອດແຂວງຄໍາມ່ວນ, ວັນທີ 29 ຮອດແຂວງສະຫວັນນະເຂດ, ວັນທີ 30 ຮອດແຂວງຈໍາປາສັກ ແລະ ວັນທີ 31 ຮອດແຂວງອັດຕະປື.
ແທ່ນຕັ້ງອະນຸສາວະລີພະເຈົ້າໄຊເຊດຖາ ທີ່ເຮັດດ້ວຍການເທທອງຫຼໍ່, ຮູບປັ້ນຊ້າງ, ຮູບປັ້ນຫຼໍ່ແມ່ນຊົງປະທັບຊ້າງປະທານພອນນັ່ງເທິງແຍ່ງຫຼັງຊ້າງ ທີ່ມີນໍ້າໜັກທອງລວມ 18 ໂຕນ.
ຂ່າວ: ວຽງຈັນທາຍ

