ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຈ້ງການໃຫ້ຮູ້ມື້ເຊົ້ານີ້ວັນທີ 7 ສິງຫາວ່າ: ຜ່ານການຕິດຕາມກວດກາເຫັນວ່າຍັງມີຫົວໜ່ວຍທຸລະກິດຈໍານວນໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ຖວທ ໂດຍສະເພາະ ຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ ຍັງມີການລັກລອບເປີດບໍລິການ ຊຶ່ງເປັນການບໍ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບມາດຕະການ ປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.
ດັ່ງນັ້ນ, ກະຊວງ ຖວທ ຈຶ່ງແຈ້ງມາຍັງພະແນກ ຖວທ ນະຄອນຫລວງ, ແຂວງ ແລະ ຫ້ອງການ ຖວທ ເມືອງ ເປັນເຈົ້າການໃນການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດຂອງນະຄອນຫລວງ, ແຂວງ ແລະ ເມືອງ ເພື່ອຈັດຕັ້ງເຄື່ອນໄຫວຕິດຕາມກວດກາ ຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ, ກໍລະນີກວດພົບເຫັນຜູ້ລະເມີດຕໍ່ແຈ້ງການຄັ້ງທໍາອິດ ແມ່ນໃຫ້ກ່າວເຕືອນ ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກຍັງສືບຕໍ່ລະເມີດຕື່ມອີກແມ່ນໃຫ້ຢຶດໃບທະບຽນ, ໃຫ້ປິດກິດຈະການພ້ອມທັງປັບໃໝຕາມລະບຽບການ, ສ່ວນມາດຕະການດ້ານອື່ນໆທີ່ກ່ຽວຂ້ອງແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັັດຖະມົນຕີ ແລະ ແຈ້ງການຕ່າງໆຂອງລັດຖະບານ, ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ລະໄລຍະ.
ຂ່າວ: ວຽງຈັນທາຍ

